ຫຼາຍພາກສ່ວນຈັດເທດສະການຈັດຫາງານຂຶ້ນ ເພື່ອດຶງເອົານັກສຶກສາ ທີ່ຈົບໄປ ທີ່ຍັງບໍ່ທັນມີວຽກເຮັດ ເຊັ່ນດຽວກັບນັກສຶກສາທີ່ກຳລັງຈະຈົບໄດ້ມີໂອກາດຍື່ນໃບສະໝັກ ກັບ ບໍລິສັດ ອົງກອນ ແລະ ສຳນັກງານທີ່ກຳລັງຕ້ອງການເພື່ອນຮ່ວມງານ ເພື່ອໄປບັນຈຸເຂົ້າໃນໜ້າວຽກທີ່ສຳຄັນ ຕາມແຜນຂອງການພັດທະນາອົງກອນ ຢ່າງມີ ເປົ້າໝາຍ.
ລັດຖະບານ ພາຍໃຕ້ການຊີ້ນຳ ນຳພາຂອງພັກ ຍາມໃດກໍ່ໃຫ້ຄວາມສຳຄັນໃນເລື່ອງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະບັນດິດທີ່ຈົບຈາກມະຫາວິທະຍາໄລແຫ່ງຊາດຕາມສາຂາຕ່າງໆ ລວມທັງພາກອາຊີວະສຶກສາ ທີ່ຈົບໄປແລ້ວຍັງຊອກຫາວຽກເຮັດງານທຳບໍ່ໄດ້ (ວ່າງງານ) ຕາມສະຖິຕິນັກສຶກສາທີ່ຈົບສາຂາບໍລິຫານ, ການເງິນ, ການບັນຊີ, ມີການວ່າງງານສູງກວ່າຂະແໜງອື່ນ. ປັດໄຈການຈູງໃຈໃຫ້ໄປຮຽນສາຂາດັ່ງກ່າວນັ້ນ ກໍ່ມາຈາກຫຼາຍຄວາມເຫັນ. ກົງກັນຂ້າມຂະແໜງດັ່ງກ່າວ ມີຄວາມຕ້ອງການແຮງງານຢ່າງຈຳກັດ ນັກສຶກສາທີ່ຈົບສາຂາບໍລິຫານ, ການເງິນ, ການບັນຊີ, ມີຕົວເລກຂ້ອນຂ້າງສູງກວ່າຄວາມການຂອງຕະຫຼາດ. ກົງກັນຂ້າມກັບຂະແໜງການ ກະເສດ, ອາຊີວະສືກສາ ທີ່ມີຄວາມຕ້ອງການແຮງງານເປັນຈຳນວນຫຼາຍ.
ປັດຈຸບັນ ຕະຫຼາດນັດຈັດຫາງານໃນນະຄອນຫຼວງວຽງຈັນ ຕາມຄະນະຂອງມະຫາວິທະຍາໄລແຫ່ງຊາດ ກໍາລັງໄດ້ຮັບຄວາມນິຍົມສູງ ຈາກອະດີດນັກສຶກສາ ຫຼື ນັກສຶກສາທີ່ກຳລັງຈະຈົບ ເຊັ່ນ: ດຽວກັບບໍລິສັດ ສຳນັກງານຕ່າງໆທີ່ຈະມີໂອກາດໄດ້ພົບປະກັນ ລະຫວ່າງ ແຮງງານ ກັບ ຜູ້ຈ້າງງານ. ຕະຫຼາດ ນັດຈັດຫາງານ ແມ່ນໜຶ່ງໃນກິດຈະກຳ ທີ່ຈະຊ່ວຍຫຼຸດຜ່ອນການວ່າງງານພາຍໃນ ໃຫ້ຫຼຸດລົງ ແລະ ມີການຈ້າງງານເພີ່ມຂຶ້ນ ທັງເຮັດໃຫ້ແຮງງານນອກລະບົບເຂົ້າມາຢູ່ໃນລະບົບ ທີ່ຈະເຮັດໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສາມາດຄວບຄຸມໄດ້ງ່າຍ ເມື່ອການວ່າງງານຫຼຸດລົງໄປເຖິງບໍ່ມີການວ່າງງານ ຈະສົ່ງຜົນດີຕໍ່ລະບົບເສດຖະກິດມະຫາພາກຂະຫຍາຍຕົວຢ່າງໝັ້ນຄົງ ແລະ ມີສະຖຽນນະພາບ.
ນັບຈາກນີ້ ຜູ້ປົກຄອງຄວນສຶກສາຢ່າງລະອຽດ ກ່ອນສົ່ງລູກຫຼານເຂົ້າໄປສຶກສາໃນຂະແໜງພາກວິຊາຕ່າງໆ ຂະແໜງທີ່ຄວນຈະສົ່ງເຂົ້າໄປສຶກສາ ກໍ່ຕ້ອງເບີ່ງຄວາມຕ້ອງການຂອງຕະຫຼາດແຮງງານ ທັງໃນໄລຍະສັ້ນ ແລະ ຍາວ ເມື່ອຈົບມາແລ້ວລູກຫຼານຈະໄດ້ມີວຽກເຮັດງານທຳ.
Editor: ຕະວັນ ແສງສະຫວັນ