ໃນວັນທີ 20 ເມສາ 2018 ນີ້ ຢູ່ທີ່ເມືອງງອຍ ແຂວງຫຼວງພະບາງ ໄດ້ຈັດພິທີບາສີ ສູ່ຂວັນອວຍພອນການນຳເມືອງງອຍ ເພື່ອເປັນການປົກປັກຮັກສາມູນເຊື້ອວັດທະນະທຳອັນດີງາມໃຫ້ຄົງຢູ່ກັບຊາດລາວເຮົາ. ໃນໂອກາດປີໃຫມ່ລາວ ພ.ສ 2561 ນີ້ ໄດ້ມີບັນດາຄະນະປະຈໍາ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທະຫານ, ຕໍາຫຼວດ, ພະນັກງານ-ລັດຖະ ກອນອ້ອມຂ້າງເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມາປະຊາຊົນຈໍານວນ 3 ບ້ານ ອ້ອມຂ້າງເມືອງເຂົ້າຮ່ວມ.
ພາຍຫລັງສໍາເລັດພິທີທາງສາສະໜາແລ້ວ ທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງໆເມືອງງອຍ ກໍ່ໄດ້ຕາງຫນ້າພະນັກງານການນໍາຂັ້ນເມືອງໄດ້ມີຄໍາເຫັນໂອ້ລົົມ ແລະ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຕໍ່ກັບບັນດາແຕ່ລະຂະແໜງການອ້ອມຂ້າງເມືອງ, ອໍານາດການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງ ທີ່ໄດ້ປົກປັກຮັກສາຮີດຄອງປະເພນີອັນດີງາມ ແລະ ອັນເປັນການບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ. ອັນນີ້ ມັນໄດ້ສະແດງເຖິງຄວາມຈົງຮັກພັກດີ ແລະ ຮູ້ບຸນຄຸນຂອງປະຊາຊົນ ຕໍ່ການນໍາ ເຊິ່ງເວລາໃດກໍ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ຢູ່ດີກິນດີ ແລະ ໃຫ້ມີຄວາມສາມັກຄີປອງດອງ ເຊິ່ງກັນ ແລະ ກັນ.
Editor: ນັກຂ່າວເມືອງງອຍ