ໃນວັນທີ 19 ເມສາ 2018 ທີ່ເມືອງຫມື່ນ ແຂວງວຽງຈັນ. ໂດຍປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ, ຣາຊະອານາຈັກໄທ ຄັ້ງທີ 19 ລົງວັນທີ 16 ທັນວາ 2017 ທີ່ຈັງຫວັດເລີຍ.
ການຢ້ຽມຢາມຂອງຄະນະຜູ້ແທນຈັງຫວັດເລີຍ ໃນຄັ້ງນີ້ ແມ່ນບາດກ້າວໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ທັງເປັນການສ້າງສັນຄວາມສາມັກຄີ ແລະ ແລກປ່ຽນທາງດ້ານຮີດຄອງ ແລະ ວັດທະນະທຳ ທາງດ້ານກິລາກາຍະກຳ ແລະ ການທ່ອງທ່ຽວ ເຊິ່ງໄດ້ຜັດປ່ຽນກັນຈັດປີລະ 1 ຄັ້ງ, ພ້ອມກັນນັ້ນ ກໍຍັງເປັນໂອກາດດີ ແລະ ເປັນມູນເຊື້ອອັນດີງາມ ໃຫ້ແກ່ລູກຫຼານ ໄດ້ສືບຕໍ່ສັງສັນຖະວະໄມຕີອັນດີງາມ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ປະຊາຊົນທັງສອງຊາດ ລາວ–ໄທ ກໍຄື ແຂວງວຽງຈັນ ແລະ ຈັງຫວັດເລີຍ.
ໃນໂອກາດການມາຢ້ຽມຢາມ ແລະ ແລກປ່ຽນກິດຈະກຳສົ່ງເສີມການທ່ອງທ່ຽວ ແລະ ກິລາໃນຄັ້ງນີ້ ຄະນະຜູ້ແທນຈັງຫວັດເລີຍ ນໍາໂດຍທ່ານ ໄຊວັດ ຊື່ນໂກສົນ ຜູ້ວ່າຣາຊະການຈັງຫວັດເລີຍ ພ້ອມຄະນະ ເຊິ່ງຮັບຕ້ອນໂດຍ ທ່ານ ນາງ ສິງຄຳ ຄົງສະຫວັດ ຮອງເຈົ້າແຂວງໆວຽງຈັນ ແລະ ທ່ານ ພູວອນ ບຸນວິໄລ ເຈົ້າເມືອງໆຫມື່ນ ພ້ອມດ້ວຍຄະນະ. ຫຼັງຈາກນັ້ນ ໄດ້ເດີນທາງມາທີ່ຫ້ອງການປົກຄອງເມືອງໝື່ນ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍການນໍາຂັ້ນແຂວງ. ຄະນະຜູ້ແທນທັງ 2 ພາກສ່ວນ ແຂວງວຽງຈັນ ປະເທດລາວ ແລະ ຈັງຫວັດເລີຍ ປະເທດໄທ ໄດ້ພ້ອມກັນຮັບຟັງການລາຍງານ ປະຫວັດຄວາມເປັນມາຂອງເມືອງໝື່ນ ພ້ອມກັນນັ້ນ ໄດ້ຮັບຟັງການປະກອບຄຳຄິດເຫັນ ຂອງທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ເຊິ່ງທ່ານໄດ້ກ່າວລາຍງານໂດຍຫຍໍ້ກ່ຽວກັບແຂວງວຽງຈັນ ແລະ ກ່າວຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມ ແລະ ແລກປ່ຽນກິດຈະກຳຄັ້ງນີ້ ຊຶ່ງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານຜູ້ວ່າຣາຊະການຈັງຫວັດເລີຍ ພ້ອມດ້ວຍຄະນະໃນຄັ້ງນີ້.
ຈາກນັ້ນ ທ່ານ ໄຊວັດ ຊື່ມໂກສຸມ ຜູ້ວ່າຣາຊະການ ຈັງຫວັດເລີຍ ຍັງໄດ້ມີຄຳຄິດເຫັນໃນການຕ້ອນຮັບຢ່າງອົບອຸ່ນຂອງແຂວງວຽງຈັນ ໃນການມາແລກປ່ຽນກິດຈະກຳໃນຄັ້ງນີ້, ທ່ານໄດ້ຍົກໃຫ້ເຫັນການພົວພັນລະຫວ່າງ 2 ຊາດລາວ-ໄທ ໄທ-ລາວ, ໃນການແລກປ່ຽນການຮ່ວມມືຮ່ວມກັນຫລາຍດ້ານ ພ້ອມທັງໄດ້ສະແດງຄວາມຢື້ຢາມຖາມຂ່າວມາຍັງປະຊາຊົນບັນດາເຜົ່າພາຍໃນແຂວງວຽງຈັນທຸກຄົນ ທີ່ເປັນບ້ານພີ່ເມືອງນ້ອງໃນການໄປມາຫາສູ່ ແລະ ຄວາມສຳພັນອັນດີງາມ, ພ້ອມນີ້ ທ່ານຍັງໄດ້ອວຍພອນໃຫ້ພີ່ນ້ອງຊາວລາວ ໃນໂອກາດປີໃໝ່ລາວ ໃຫ້ມີແຕ່ຄວາມສຸກກາຍສະບາຍໃຈ ສຳເລັດວຽກງານທຸກປະການ. ສໍາລັບ ແຂວງວຽງຈັນ ມີ 2 ເມືອງ ຄື ເມືອງໝື່ນ ແລະ ເມືອງຊະນະຄາມ ທີ່ມີຊາຍແດນຕິດກັບຈັງຫວັດເລີຍ ຣາຊະອານາຈັກໄທ ມີຄວາມຍາວທັງໝົດ 97 ກິໂລແມັດ.
Editor: ແຂວງວຽງຈັນ