ບັນຫາລົດບັນທຸກນ້ຳຫນັກເກີນ ແລ້ວແລ່ນຜ່ານຂົວ ຈົນເຮັດຂົວຫັກ ສໍາລັບ ຢູ່ບ້ານເຮົາແມ່ນຈະໄດ້ຍິນຂ່າວ ແລະ ເກີດຂື້ນເປັນປະຈຳ, ສ່ວນຫນຶ່ງກໍ່ເກີດຈາກຄວາມປະມາດຂອງຜູ້ຂັບຂີ່ ບໍ່ປະຕິບັດຕາມລະບຽບທີ່ກຳນົດໄວ ເຊັ່ນ: ປ້າຍຊີ້ບອກວ່າຂົວສາມາດຮັບນ້ຳຫນັກໄດ້ເທົ່າໃດ. ເພາະສ່ວນຫລາຍຂົວຂ້າມສ່ວນໃຫຍ່ຢູ່ຕາມຊົນນະບົດແມ່ນຈະມີລັກສະນະນ້ອຍ ແລະ ເກົ່າແກ່ມາຫລາຍປີ, ບໍ່ສາມາດຮັບນໍ້າຫນັກໄດ້ຫລາຍ.
ດັ່ງກໍ່ລະນີຫລ້າສຸດ ທີ່ເກີດຂື້ນໃນ ເວລາປະມານ 14:00 ໂມງ ຂອງວັນທີ 19 ເມສາ 2018 ຜ່ານມາ, ເກີດເຫດຂົວເຫລັກ ຢູ່ບ້ານຕາແຫຼວ, ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຫັກ ຍ້ອນລົດບັນທຸກ 12 ລໍ້ ໄດ້ຕ່າງລົດຈົກຄັນໜຶ່ງ ທີ່ມີນ້ຳຫນັກເກີນຄວາມສາມາດຂອງຂົວ ທີ່ຈະຮັບນ້ຳຫນັກໄດ້ ແລ່ນຂ້າມຂົວ ຈົນເຮັດໃຫ້ຂົວດັ່ງກ່າວຫັກລົງຄາທີ່ ຄືພາບທີ່ເຫັນ .
ແຕ່ຢ່າງໃດກໍ່ຕາມ ໂຊກດີບໍ່ມີຄົນເສຍຊີວິດ, ຊຶ່ງແນ່ນອນບັນຫາທີ່ຕາມມາ ກໍ່ຄືເຮັດໃຫ້ການສັນຈອນໄປ-ມາຂອງພໍ່ແມ່ປະຊາຊົນ ເກີດຄວາມຫຍຸ້ງຍາກ.
Editor: ຕະວັນ ແສງສະຫວັນ