ທຸລະກິດເຟີນິເຈີ້ ເປັນອີກຂະແຫນງການຫນຶ່ງ ທີ່ສ້າງເມັດເງິນອັນມະຫາສານໃຫ້ກັບເສດຖະກິດຂອງປະເທດ, ຊຶ່ງຄວາມຕ້ອງການສິນຄ້າເຟີນິເຈີ້ຂອງສັງຄົມ ກໍ່ມີທ່າອ່ຽງນັບມື້ນັບເພີ່ມຂື້ນ. ບົນພື້ນຖານການແຂ່ງຂັນຂອງຕະຫາດພາຍໃນ ແລະ ຕ່າງປະເທດ, ຊຶ່ງເປັນເລື່ອງທີ່ທ້າຍໃຫ້ກັບຜູ້ປະກອບການໃນຂະແຫນງການນີ້ ຕ້ອງຊອກຫາຫົນທາງ ເພື່ອສ້າງສັນຜະຕິດຕະພັນ ທີ່ມີຄວາມເປັນເອກະລັກ, ທັນສະໄຫມ, ມາດຕະຖານ ອອກຮັບໃຊ້ສັງຄົມ.
ຂໍ້ມູນຈາກ ຜູ້ປະກອບການໂຮງງານ ເຄແອນບີ ເຟີນິເຈີ້ ທ່ານ ກອງມາລາ ພົມມາໄລ, ເປີດເຜີຍກັບຜູ້ສື່ຂ່າວພວກເຮົາວ່າ: ປະຈຸບັນ ຫລື ອານາຄົດ ທຸລະກິດຂະແຫນງການເຟີນິເຈີ້ ອາດພົບບັນຫາໃຫຍ່ ແມ່ນເລື່ອງແຮງງານທີ່ມີສີມື ໂດຍສະເພາະແຮງງານທີ່ມີທັກສະ, ມີຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ. ເພາະເນື່ອງຈາກສັງຄົມປະຈຸບັນ ແຮງງານ ຫລື ບັນດິດ ທີ່ຈົບການສຶກສາອອກມາ ຍັງເປັນຂະແຫນງການບໍລິຫານທຸລະກິດ, ການເງິນ, ການທະນາຄານຈຳນວນຫລາຍ ຊຶ່ງລ້ວນແລ້ວແຕ່ເປັນຕຳແຫນງງານຫ້ອງການ ທີ່ຄວາມຕ້ອງການຂອງຕະຫລາດແຮງງານໃນປະເທດເຮົາມີຫນ້ອຍ ຊຶ່ງກົງກັນຂ້າມບໍ່ໄດ້ກ່ຽວເນື່ອງກັບງານສິລະປະການອອກແບບ, ຄັວດແກະສະຫລັກ ຫລື ຊ່າງໄມ້ທີ່ກ່ຽວເນື່ອງໃນຂະແຫນງການເຟີນິເຈີ້ເລີຍ ຈຶ່ງອາດເປັນໄປໄດ້ວ່າໃນອານາຄົດຕໍ່ຫນ້າ ອາດມີການຂາດແຄນແຮງງານໃນດ້ານຊ່າງໄມ້ເຟີນິເຈີ້, ຊຶ່ງຈະສົ່ງຜົນກະທົບຕໍ່ການແຂ່ງຂັນ ແລະ ເຕີບໂຕໃນທຸລະກິດຂະແຫນງການເຟີນິເຈີ້ ທີ່ເຄີຍເປັນສ່ວນຫນຶ່ງໃນການສ້າງເມັດເງິນໃຫ້ກັບເສດຖະກິດຂອງປະເທດ.
ໂຮງງານ ເຄແອນບີ ເຟີນິເຈີ້ ປະຈຸບັນ ແມ່ນໃຊ້ແຮງງານຄົນລາວທັງຫມົດ ອັນໄດ້ຊ່ວຍ ແລະ ເຮັດໃຫ້ເຂົາເຈົ້າມີວຽກເຮັດງານທຳເປັນປະຈຳ ຫລຸດຜ່ອນໄພວ່າງງານ ອັນໄດ້ຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນ ແນ່ໃສ່ເພື່ອໃຫ້ເຂົາເຈົ້າຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ແລະ ສິ່ງສຳຄັນແມ່ນເຮັດໃຫ້ແຮງງງານເຂົາເຈົ້າເຫລົ່ານັ້ນ ມີສີມືຊ່າງເຟີນິເຈີ້ຕິດໂຕເຂົາເຈົ້າ ໃນເວລາອອກໄປປະກອບອາຊີບເປັນຂອງຕົວເອງ.
ໂຮງງານ ເຄແອນບີ ເຟີນິເຈີ້ ຊຶ່ງຕະຫລອດໄລຍະເວລາ 30 ປີ ແມ່ນໄດ້ສ້າງສັນຜົນງານເຟີນິເຈີ້ ອອກຮັບໃຊ້ສັງຄົມ ຈົນເປັນທີ່ຍອມຮັບຈາກຕະຫລາດພາຍໃນ ແລະ ຕ່າງປະເທດພໍສົມຄວນ ແລະ ເລັ່ງເຫັນວ່າ ສິ່ງສຳຄັນ ແຮງງານ ຖືວ່າມີບົດບາດຢ່າງຫລວງຫລາຍ ເປັນຕົ້ນ: ແຮງງານທີ່ມີທັກສະ, ມີຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງ ຖືວ່າເປັນທ່າແຮງອັນຫນຶ່ງ ໃນການຂັບເຄື່ອນທຸລະກິດດ້ານນີ້ ໃຫ້ຂະຫຍາຍຕົວຂື້ນໄປເລື່ອຍ.
Editor: ຕະວັນ ແສງສະຫວັນ