ໃນຕອນເຊົ້າຂອງວັນທີ 18 ເມສາ 2018 ນີ້, ທ່ານ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍພັນລະຍາ ໄດ້ລົງພົບປະ ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດລົມພະຍຸພັດ ຢູ່ 3 ບ້ານຂອງເມືອງພຽງ, ແຂວງໄຊຍະບູລີ ໃນລະຫວ່າງວັນທີ 30 ມີນາ ຫາ ວັນທີ 1 ເມສາ 2018 ນີ້ ໄດ້ເກີດມີລົມພະຍຸລະດູຮ້ອນພັດເຂົ້າເຂດທີ່ຢູ່ອາໄສຂອງປະຊາຊົນເມືອງພຽງ ໄດ້ຮັບຜົນກະທົບ 3 ບ້ານ ຄື: ບ້ານ ນາໂສມໃຫຍ່, ບ້ານ ນາຊິງ ແລະ ບ້ານ ນາຕານ, ເຮືອນເປ່ເພ 303 ຫຼັງ, ໂຮງຮຽນ 2 ຫຼັງ, ຫ້ອງປະຊຸມບ້ານ 2 ຫຼັງ ແລະ ໂຮງສີເຂົ້າ 1 ຫຼັງ, ມີຄົນຖືກບາດເຈັບນຳສົ່ງໂຮງໝໍ 1 ຄົນ, ມູນຄ່າເສຍຫາຍ 1,74 ຕື້ກີບ..
ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ໄດ້ໂອ້ລົມຕໍ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດດັ່ງກ່າວ, ທ່ານໄດ້ເນັ້ນໃຫ້ປະຊາຊົນເລັ່ງສ້ອມແປງເຮືອນຊານທີ່ຢູ່ອາໄສໃຫ້ສຳເລັດ, ເລັ່ງໃຫ້ຂໍ້ມູນທີ່ເສຍຫາຍໃຫ້ເຈົ້າໜ້າທີ່-ທີ່ກ່ຽວຂ້ອງໃຫ້ວ່ອງໄວ, ເອົາໃຈໃສ່ຮັກສາຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວກັນ, ຊີ້ນຳ ແລະ ນຳພາລູກບ້ານໃຫ້ສືບຕໍ່ທຳການຜະລິດກະສິກຳໃຫ້ຫຼາຍກາຍເປັນສິນຄ້າ ເພື່ອນຳພາຄອບຄົວໃຫ້ຮັ່ງມີເຂັ້ມແຂງ.
ພ້ອມດຽວກັນກໍ່ຊ່ວຍເປັນຫູເປັນຕາໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອາລະວາດໃນຄອບຄົວ ແລະ ບັນຫາອື່ນ ທັງນີ້ ກໍ່ເພື່ອເຮັດສັງຄົມມີຄວາມສະຫງົບໂດຍພື້ນຖານ ພ້ອມດຽວກັນທ່ານ ເຈົ້າແຂວງ ກໍ່ໄດ້ມອບເງິນຊ່ວຍເຫຼືອໃຫ້ປະຊາຊົນທີ່ຖືກຜົນກະທົບ ຈໍານວນ 30 ລ້ານກີບ.
Editor: ແຂວງໄຊຍະບູລີ