ໃນວັນທີ 19 ເມສາ 2018 ນີ້, ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້ຕ້ອນຮັບ ການເຂົ້າຢຽ້ມຂ່ຳນັບ ຂອງ ທ່ານ ເຈນ ເບີນາດ ຄາລັດໂກ Jean Bernard Carrasco ເອກອັກຄະຣັດຖະທູດແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໃນໂອກາດທີ່ ທ່ານໄດ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະຣັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດນີ້, ທ່ານ ປອ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງ ທີ່ທ່ານ Jean Bernard Carrasco ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະຣັດຖະທູດ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງເປັນການປະກອບສວ່ນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມສ້າງສາຍພົວພັນການຮວ່ມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ກັບ ອົດສະຕຣາລີ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສຳເລັດໃນການດຳລົງຕຳແໜ່ງເປັນນັກການທູດ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ-ອົດສະຕຣາລີ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.
ທ່ານເອກອັກຄະຣັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຢືນຢັນວ່າຈະຕັ້ງໜ້າປະຕິບັດໜ້າທີ່ອັນມີກຽດເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ລາວ-ອົດສະຕຣາລີ ໃຫ້ເກີດດອກອອກຜົນຢິ່ງໆຂື້ນ.
Editor: ນັກຂ່າວກະຊວງແຮງງານ