ໃນຕອນແລງຂອງວັນທີ 14 ເມສາ 2018 ນີ້, ໄດ້ເກີດລົມພາຍຸພັດຜ່ານເຂດບ້ານສວນກ້ວຍ ແລະ ບ້ານວັງປາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຮັດໃຫ້ເຮືອນຂອງປະຊາຊົນ, ໂຮງຮຽນ, ວັດ ແລະ ເສົາໄຟຟ້າ ຖືກເສຍຫາຍໜັກ ລວມມູນຄ່າ 166.000.000 ກວ່າກີບ, ມີ 64 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບ 300 ກວ່າຄົນ, ຍິງ 140 ກວ່າຄົນ. ໃນນີ້ ບ້ານສວນກ້ວຍ ເສຍຫາຍ 45 ຫຼັງຄາເຮືອນ, ວັດ 1 ແຫ່ງ ແລະ ໂຮງຮຽນອະນຸບານ 1 ແຫ່ງ, ປະຊາຊົນໄດ້ຮັບຜົນກະທົບ 200 ກວ່າຄົນ, ຍິງ 100 ກວ່າຄົນ ມູນຄ່າເສຍຫາຍ 92.000.000 ກວ່າກີບ ແລະ ບ້ານວັງປາ 19 ຫຼັງຄາເຮືອນ, ໂຮງຮຽນ 2 ແຫ່ງ ແລະ ຫ້ອງການ ປກສ ບໍລິການປະຊາຊົນ 1 ແຫ່ງ ປະຊາຊົນໄດ້ຮັບຜົນກະທົບ 90 ກວ່າຄົນ, ຍິງ 40 ກວ່າຄົນ, ມູນຄ່າເສຍຫາຍ 53.000.000 ກວ່າກີບ ທັງໝົດ ແມ່ນຫຼັງຄາຮື້, ເຮືອນລົ້ມ ແລະ ເສົາໄຟຟ້າຫັກ, ລົ້ມ ຈໍານວນ 9 ຕົ້ນ ມູນຄ່າ 19.800.000 ກີບ ເຮັດໃຫ້ປະຊາຊົນບໍ່ມີໃຊ້ໄຟຟ້າໃຊ້ 2 ວັນ.
ຕໍ່ກັບໄພພິບັດຄັ້ງນີ້, ຄະນະນໍາຂອງເມືອງ ໄດ້ເລັ່ງກວດກາຄວາມເສຍຫາຍຕົວຈິງ, ພ້ອມທັງລົງພື້ນທີ່ໄປພົບປະຊາຊົນ ໂດຍທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ ທັງເປັນປະທານປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ພ້ອມດ້ວຍຄະນະເພື່ອສໍາຫຼວດຜົນເສຍຫາຍ, ເກັບກໍາຂໍ້ມູນລາຍງານແຂວງ ເພື່ອຫາທາງຊ່ວຍເຫຼືອປະຊາຊົນໃນຂັ້ນຕໍ່ໄປ.
Editor: ເມືອງແກ່ນທ້າວ