ນາງ ເອະດາວັນ ພັນທະວົງ ອາຍຸ 18 ປິ, ຕົວແທນສາວງາມຈາກເມືອງທ່າແຕງ ໝາຍເລກ S18 ໄດ້ຮັບຕຳ ແໜງນາງສາວເຊກອງ ປະຈຳປີ 2018, ຂະນະທີ່ຮອງຊະນະເລີດອັນດັບທີໜຶ່ງ ແມ່ນໝາຍເລກ S17 ນາງ ອໍາໄພວອນ ຈັນສີປະເສີດ ຕົວແທນສາວງາມ ຈາກບໍລິສັດ ຄູນມີໄຊ ສົ່ງເຂົ້າປະກວດ ໄດ້ຮອງຊະນະເລີດອັນດັບ ໜື່ງ ແລະ ນາງຫຼີງສະໄໝ ວົງສີຂຽວ ຕົວແທນຈາກເມືອງລະມາມ ໄດ້ຮອງຊະນະເລີດອັນດັບສອງ.
ງານປະກວດນາງສາວເຊກອງ ປະຈຳປີ 2018 ໄດ້ມີຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໃນຄ່ຳຄືນວັນທີ 10 ເມສາ 2018 ທີ່ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ ພ້ອມດ້ວຍພັນລະຍາ, ມີການນຳຂອງແຂວງ-ເມືອງ, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ຮອງປະທານຄະນະກຳມະການຈັດງານປະກວດນາງສາວເຊກອງກ່າວວ່າ: ການຈັດງານປະກວດນາງສາວເຊກອງປະຈຳປີ 2018 ແມ່ນກິດຈະກຳໜຶ່ງທີ່ສຳຄັນ ຊຶ່ງຈັດຂຶ້ນເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ການສະເຫຼີມສະຫຼອງປີທ່ອງທ່ຽວລາວ ກໍ່ຄືສະຫຼອງບຸນປີໃໝ່ລາວ ພສ 2561 ພ້ອມດຽວກັນນັ້ນ ກໍເພື່ອສົ່ງເສີມຄວາມສາມາດຂອງ ແມ່ຍິງຕິດພັນກັບການອະນຸລັກມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າໃຫ້ຍືນຍົງຄົງຕົວຄຽງຄູ່ກັບຊາດລາວ-ຄົນລາວ ໂດຍສະເພາະ ຊາວແຂວງເຊກອງ ເຊິ່ງເປັນແຂວງທີ່ມີເອກະລັກຂອງເຜົ່າທີ່ຫຼາກຫຼາຍສີສັນ ແລະ ສວຍງາມ.
ການປະກວດຄັ້ງນີ້ ມີຕົວແທນສາວງາມຈາກບັນດາເມືອງ, ບໍລິສັດ-ລັດວິສາຫະກິດຕ່າງໆໃນທົ່ວແຂວງເຂົ້າຮ່ວມທັງໝົດ 20 ຄົນ ໂດຍຈັດໃຫ້ມີການເດີນແບບ 10 ເຜົ່າພາຍໃນແຂວງ, ສະແດງຄວາມສາມາດໃນການຟ້ອນລຳວົງລາວ, ຟ້ອນບັດສະຫຼົບ, ການຕອບຄຳຖາມ ແລະ ກິດຈະກຳການສະແດງອື່ນໆ.
Editor: ຕະວັນ ແສງສະຫວັນ