ໃນອາທິດທີ່ ຜ່ານມາ, ຢູ່ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງເຊໂປນ ແຂວງສະຫວັນນາເຂດ ໄດ້ຈັດພິທີມອບຮັບເສື້ອ ຈໍານວນ 20 ໂຕ ມູນຄ່າ1 ລ້ານກີບ, ຊຶ່ງເປັນການສະໜັບສະນູນ ໂດຍທ່ານ ຈັນທີ ແກ້ວຫານາມ ພ້ອມຄອບຄົວ.
ກ່າວມອບທ່ານ ຈັນທີ ແກ້ວຫານາມ, ກ່າວຮັບ ທ່ານ ເກດລະຄອນ ໂອໄຊ, ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງເຊໂປນ, ຊ້ອງໜ້າ ທ່ານ ປີດາວັນ ມູນລະອໍຮອງຫົວໜ້າຫ້ອງການ ຖະແຫລງຂ່າວ-ວັດຖະນາທຳ ແລະ ທ່ອງທ່ຽວເມືອງເຊໂປນ ພ້ອມພະນັກງານຫ້ອງການເປັນສັກຂີພິຍານ , ທັງນີ້ ກໍ່ເພື່ອເປັນການຊຸກຍູ້, ສົ່ງເສີມຂະບວນການຕ່າງໆຂອງວຽກງານຖະແຫລງຂ່າວພາຍໃນເມືອງເຊໂປນໃຫ້ມີບັນຍາກາດຟົດຟື້ນຍິ່ງຂື້ນ.
Editor: ເມືອງເຊໂປນ