ອີງຕາມການລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ຕໍ່ກອງປະຊຸມລັດຖະບານ ເປີດກວ້າງໃນຄັ້ງທີ່ຜ່ານມາ ໄດ້ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 4.803 ລ້ານ ໂດລາສະຫະລັດ, ເຊິ່ງເກີນແຜນ ສະພາຮັບຮອງ 7% (ແຜນການແມ່ນ 4.459 ລ້ານໂດລາ); ມູນຄ່າການນຳເຂົ້າບັນລຸ ໄດ້ປະມານ 4.542 ລ້ານໂດລາສະຫະລັດ ເກີນແຜນເລັກນ້ອຍ (ແຜນການ 4.482 ລ້ານໂດລາສະຫະລັດ) ເຮັດໃຫ້ການຄ້າເກີນດຸນປະມານ 261 ລ້ານໂດລາສະຫະລັດ (ແຜນການຂາດດຸນ 23 ລ້ານໂດລາ).
ແຕ່ອີງໃສ່ຕົວເລກ ຈາກດຸນການຊຳລະຕ່າງປະເທດ ຂອງທະນາຄານແຫ່ງ ສປປ ລາວ ໃນປີ 2017 ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຂາດດຸນການຄ້າ, ເຊິ່ງສົ່ງຜົນໃຫ້ມີການຂາດດຸນ ການຊຳລະປົກກະຕິ (ປະມານ 6,8% ຂອງ GDP), ໃນເວລາດຽວກັນ ດຸນບັນຊີທຶນ ບໍ່ຂະຫຍາຍຕົວເພີ່ມຂຶ້ນຫລາຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຄັງສຳຮອງ ຫລຸດລົງເລັກໜ້ອຍ ຈາກລະດັບ ກຸ່ມການນຳເຂົ້າ ຫລຸດຈາກລະດັບ 5,3 ເດືອນ ໃນທ້າຍປີ 2016 ມາເປັນ 4,39 ເດືອນ ໃນທ້າຍປີ 2017 ບໍ່ໄດ້ຕາມແຜນທີ່ກຳນົດໄວ້, ເຊິ່ງສະພາບດັ່ງກ່າວ ເຮັດໃຫ້ອຳນາດການຄຸ້ມຄອງ ອັດຕາແລກປ່ຽນ ມີຄວາມຈຳກັດລົງ.
ເຖິງແມ່ນວ່າ ຕົວເລກຈາກກະຊວງການຄ້າ ແມ່ນເກີນດຸນກໍຕາມ ແຕ່ກະແສໄຫລເຂົ້າ ຂອງເງິນຕາຕ່າງປະເທດອາດຈະບໍ່ກົງກັນ, ເນື່ອງຈາກວ່າ ສິນຄ້າສົ່ງອອກທີ່ສຳຄັນ ຍັງອາໄສ ການລົງທຶນຕ່າງປະເທດເປັນສ່ວນໃຫຍ່ ເປັນຕົ້ນ ແມ່ນ ຂະແໜງການພະລັງງານ ແລະ ບໍ່ແຮ່ ເຊິ່ງຜົນກຳລັງເປັນເງິນຕາ ກໍຈະໄຫລອອກຕ່າງປະເທດ. ສ່ວນການຜະລິດອຸດສາຫະກຳ ສ່ວນໃຫຍ່ ຍັງນຳໃຊ້ວັດຖຸດິບ ນຳເຂົ້າຈຳນວນຫລວງຫລາຍ ຈຶ່ງເຮັດໃຫ້ເງິນຕາຕ່າງປະ ເທດ ບໍ່ໄຫລເຂົ້າມາ ຕາມຕົວເລກການສົ່ງອອກ.
Editor: ສຳນັກຂ່າວສານປະເທດລາວ