ວຽກງານການທ່ອງທ່ຽວແມ່ນວຽກງານທີ່ສໍາຄັນ ໃນການປະກອບສ່ວນເຮັດໃຫ້ສຽດຖະກິດຂອງແຂວງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ດັ່ງນັ້ນ ທາງຄະນະພັກ, ຄະນະນໍາ, ຂອງແຂວງ ໂດຍສະເພາະກໍ່ຄື ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ໃນການປັບປຸງບູລະນະ ແລະ ພັດທະນາສະຖານທີ່ທ່ອງທ່ຽວທີ່ມີຢູ່ພາຍໃນແຂວງ ເພື່ອຮັບຮອງໃຫ້ແກ່ພະນັກງານທ່ອງທ່ຽວ ເຊິ່ງມາຮອດປັດຈະບັນນີ້ທົ່ວແຂວງອຸດົມໄຊ ມີແຫຼ່ງທ່ອງທ່ຽວທັງໝົດ 106 ແຫ່ງ. ອີງຕາມການສະ ຫລຸບລາຍງານຂອງຂະແໜງທ່ອງທ່ຽວແຂວງອຸດົມໄຊ ເຫັນມາຮອດປະຈຸບັນນີ້ ສະຖານທີ່ທ່ອງທ່ຽວແຂວງອຸດົມໄຊ ແມ່ນໄດ້ຮັບການພັດທະນາ ແລະ ເພີ່ມຈຳນວນຂຶ້ນເລື້ອຍໆ ເນື່ອງຈາກການນຳແຂວງແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຕໍ່ກັບວຽກງານດັ່ງກ່າວ ເຊິ່ງຖືເປັນວຽກງານຫຼັກທີ່ເຮັດໃຫ້ ເສດຖະກິດຂອງແຂວງຂະຫຍາຍ ຕົວ ຍ້ອນລາຍຮັບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດທີ່ເຂົ້າມາທ່ຽວ ແລະ ພັກແຮມທີ່ແຂວງອຸດົມໄຊ ຄິດເປັນມູນຄ່າຫຼາຍລ້ານໂດລາສະຫະລັດຕໍ່ປີ.
ສໍາລັບ ສະຖານທີ່ທ່ອງທ່ຽວຂອງແຂວງ ອຸດົມໄຊ ໃນຈໍານວນ 106 ແຫ່ງນັ້ນ ແມ່ນແບ່ງອອກເປັນ 3 ປະເພດຄື: ແຫຼ່ງທ່ອງທ່ຽວທາງທໍາມະຊາດ ຈໍານວນ 54 ແຫ່ງ, ແຫຼ່ງທ່ອງທ່ຽວທາງວັດທະນະທໍາ 40 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 12 ແຫ່ງ. ທັງໝົດນັ້ນແມ່ນກະແຈກກະຈາຍຢູ່ທັງພາຍໃນເທດ ສະບານແຂວງ, ເມືອງໄຊ ແລະ ບັນດາເມືອງ 6 ເມືອງ, ເຊິ່ງສະຖານທີ່ທ່ອງທ່ຽວແຕ່ລະແຫ່ງ ແຕ່ລະປະເພດນັ້ນລ້ວນແຕ່ມີຄວາມສວຍງາມ, ເອກະລັກອັນພົ້ນເດັ່ນ, ມີຊື່ສຽງລະດັບປະເທດ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະ ແມ່ນແຫຼງທ່ອງທ່ຽວທາງທຳມະຊາດ ເຊັ່ນ: ນໍ້າຕົກຕາດນໍ້າກັດຢໍລະປາ, ນໍ້າຕົກຕາດຕະແລ, ຖໍ້າຈອມອອງ ແລະ ອື່ນໆ.
Editor: ເສດຖະກິດການຄ້າ