ທ້າຍອາທິດທີ່ຜ່ານມາ ຄະນະຫ້ອງການສຶກສາ ແລະ ກິລາ ເມືອງຄໍາ ໄດ້ຈັດພິທີປິດບັ້ນຝຶກອົບຮົມວິຊາການທະຫານໃຫ້ແກ່ 3 ໂຮງຮຽນ ຊັ້ນ ມໍ7 ເຊັ່ນ: ໂຮງຮຽນ ມໍປາຍ ຈອມທອງ, ໂຮງຮຽນ ມໍສໍ ລ້ອງປີວ ແລະ ມໍສໍ ຄັງວຽງ ຂຶ້ນທີ່ສະໜາມ ຍິງປືນກອງບັນຊາການທະຫານ ເມືອງຄໍາ ແຂວງຊຽງຂວາງ ຢ່າງເປັນທາງ ການໂດຍພາຍໃຕ້ການນໍາພາຂອງທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າ ເມືອງເມືອງຄໍາ, ມີທ່ານ ສົມສັກ ໄຊສົມເພັດ ຫົວໜ້າພະແນກເລຂາກອງ ບັນຊາການທະຫານເມືອງ, ມີອໍານວຍການໂຮງຮຽນ, ຄູອາຈານທັງ 3 ແຫ່ງ ພ້ອມດ້ວຍນັກວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນທ່ານ ສີພອນ ເພັດກົມຄໍາ ຫົວໜ້າໜ່ວຍງານພາລະ - ສິລະປະສຶກສາ ກໍ່ໄດ້ ຂຶ້ນຜ່ານບົດສະຫຼຸບໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນເພື່ອອົບຮົມວິຊາ ການທະຫານໄລຍະສັ້ນໃຫ້ແກ່ນັກຮຽນຊັ້ນ ມໍ7 ໃຫ້ຮູ້ວ່າຜ່ານການຈັດຕັ້ງ ປະຕິບັດຜ່ານມາ ນັກສໍາມະນາກອນໄດ້ປະຕິບັດໂມງເວລາ, ການນຸ່ງຖືເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ປະຕິບັດ ຊອກຮູ້ຮໍ່າຮຽນຢ່າງຕັ້ງໜ້າສູ້ຊົນຝຶກແອບນໍາຄູເຝິກບໍ່ທໍ້ຖອຍ, ບໍ່ຫວັ່ນໄຫວຕໍ່ອຸປະສັກເຖິງ ວ່າອາກາດຈະຮ້ອນອົບເອົ້າ, ບົດຮຽນຈະຍາກປານໃດກໍ່ຕາມນັກສໍາມະນາກອນ ກໍ່ໄດ້ສະແຫວງຫາຄວາມຮູ້ໃນການຈັດຕັ້ງປະຕິບັດຕາມການສິດສອນຂອງຄູເຝິກເຊິ່ງມັນສະແດງອອກໃນການຈັດຕັ້ງປະຕິບັດຕົວຈິງເຫັນວ່ານັກ
ສໍາມະນາກອນສາມາດເຮັດໄດ້ຢ່າງຄ່ອງແຄ້ວວ່ອງໄວ, ຖືກຕ້ອງຕາມຫຼັກສູດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ ພ້ອມພຽງກັນເຝິກແອບເປັນໝູ່ຄະນະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີສະຕິຕື່ນຕົວ ແລະ ກ້າຕັດສິນໃຈສູງໃນການປະຕິບັດໜ້າທີ່ມອບໝາຍໃຫ້ໄດ້ສໍາເລັດ ສາມາດສະຫຼຸບປະເມີນ ຜົນໄດ້ ເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບປືນ ອາກາ AK ແລະ ເຊກາເຊ CKC ສະເລ່ຍໄດ້ 80%, ເລັງຖືກ ປະສານຈັງຫວະສະເລ່ຍໄດ້ 75%, ຍິງເບຍເລກ 4 ບົດ ເປີດສາກສາມາດເມີນໄດ້ຄື: ເກັ່ງ 17 ຄົນ, ກາງ 63 ຄົນ, ຄາດໝາຍ 63 ຄົນ ແລະ ຫຼຸດຄາດໝາຍ 114 ຄົນ ນອກ ຈາກນີ້ ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຄົງຄ້າງເຊັ່ນ: ນັກວິທະຍາກອນຈໍານວນໜຶ່ງຍັງ ຂາດຄວາມກ້າຫານບໍ່ເອົາໃຈໃສ່ຊອກຮູ້ຮໍ່າຮຽນ, ມາບໍ່ທັນໂມງເວລາ, ບໍ່ຕັ້ງໃຈຟັງການສາທິດ ຂອງຄູເຝິກເຮັດໃຫ້ການປະຕິບັດຕົວຈິງຍັງບໍ່ຖືກຕ້ອງຕາມຫຼັກການເທົ່າທີ່ຄວນ
ເນື່ອງໃນໂອກາດດັ່ງກ່າວທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງຄໍາກໍ່ໄດ້ຂຶ້ນໂອ້ລົມໃຫ້ຄໍາຄິດຄໍາເຫັນ ກ່ອນອຶ່ນໝົດທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໄດ້ເຄື່ອງໄຫວຈັດຕັ້ງປະຕິບັດ 8 ວັນ ຜ່ານມາພ້ອມທັງໃຫ້ທິດຊີ້ນໍາແກ່ ຄະນະຮັບຜິດຊອບການຮຽນ - ການສອນໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃຫ້ໄດ້ສໍາເລັດ ເພື່ອນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຄຸນນະພາບ ແລະ ຜົນສໍາເລັດຂຶ້ນເປັນກ້າວໆ ຫຼັງຈາກນັ້ນທ່ານກໍ່ໄດ້ປິດພິທີການຮຽນ - ການສອນຢ່າງເປັນທາງການ.
Editor: ເມືອງຄຳ