ໂດຍປະຕິບັດຕາມ 3 ລັກສະນະ 5 ຫລັກມູນ ຂອງການສຶກສາ ລັກສະນະຊາດ, ລັກສະນະມະຫາຊົນ,ລັກສະນະວິທະຍາສາດທັນສະໄໝ, ດັ່ງນັ້ນ ໃນວັນທີ 10 ເມສາ 2018 ນີ້, ຢູ່ສະໂມສອນໂຮງຮຽນ ມສ ເຊໂປນໄດ້ຈັດກິດຈະກໍາແຂ່ງຂັນສິລະປະວັນນະຄະດີ ລະຫວ່າງຫ້ອງຕໍ່ຫ້ອງ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ອາຈານ ສັງວານ ຄໍາເກີດມະນີ, ອໍານວຍການ ມສ ເຊໂປນ, ທ່ານ ປີດາວັນ ມູນລະອໍ ຮອງຫົວໜ້າຫ້ອງການ ຖວທ ເມືອງ, ເຂົ້າຮ່ວມມີບັນດາຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 1000 ກວ່າຄົນ,
ຈຸດປະສົງ ການຈັດກິດຈະກໍາໃນຄັ້ງນີ້ ເພື່ອສ້າງຄວາມສາ ມັກຄີໄມຕິຈິດມິດຕະພາບລະຫວ່າງພາຍໃນ ແລະພາຍນອກ, ເພື່ອພັດທະນາວຽກງານການສຶກສາໃນໄລຍະໃໝ່ ໃຫ້ຕິດພັນກັບ 5 ຫລັກມູນ ຂອງການສຶກສາ, ເພື່ອສະກັດກັ້ນສີ່ງຫຍໍ້ທໍ້ໃນສັງຄົມ ຫມູນໃຊ້ເວລາຫວ່າງໃຫ້ເປັນປະໂຫຍດຫັນມາຫລີ້ນກິລາຫ່າງໄກຈາກສີ່ງເສບຕິດ,ເພື່ອເປັນການຄັດເລືອກຕົວນັກກິລາ, ສິລະປະທີ່ມີຄຸນສົມບັດພອນສະຫວັນດີເດັ່ນຕ່າງໜ້າໃຫ້ທາງໂຮງຮຽນກໍ່ຄືທາງເມືອງເພື່ອສົ່ງເຂົ້າແຂ່ງຂັນໃນລະດັບເມືອງ, ແຂວງແລະປະເທດ, ຜ່ານການແຂ່ງຂັນສິລະປະວັນນະຄະດີລະຫວ່າງຫ້ອງຕໍ່ຫ້ອງ ທີ1 ຫ້ອງມໍ 2/1 2/2 ລໍາວົງມາດຕະຖານ ຈັ່ງຫວະທ່າຖອຍເທື່ອລະກ້າວ, ຫ້ອງ 6/1 6/2ບົດຟ້ອນຊາວນາມ່ວນຊື່ນໄດ້ຮັບເງີນສົດ2ແສນກີບ,ທີ 2 ຫ້ອ ງ1/1 1/3 ລໍາວົງມາດຕະຖານຈັ່ງຫວະສາລະວັນ,ຫ້ອງ 6/3 6/4 ບົດຟ້ອນແດນແຫ່ງອິດສະຫຼະໄດ້ຮັບເງີນສົດ 150,000 ກີບ, ທີ 3 ຫ້ອງ 3/3 3/4 ບົດຟ້ອນລໍາຕັ່ງຫວາຍ, ຫ້ອງ 7/1 7/3 ບົດຟ້ອນເຢັນສະບາຍຊາວນາໄດ້ຮັບເງີນສົດ 100,000 ກີບ.
Editor: ເມືອງເຊໂປນ