ສົມກັບການທຸມເທຕະຫຼອດ 4 ປີຜ່ານມາ ສໍາລັບ ບໍລິສັດ ຊີເອັນພີ (CNP) ຂາອອກ-ຂາເຂົ້າ ຈຳກັດ ທີ່ມຸ້ງເນັ້ນພັດທະນາຫາດຊາຍແຄມຂອງໃຫ້ເປັນແຫຼ່ງທ່ອງທ່ຽວໃນໄລຍະປີໃໝ່ລາວຕະຫຼອດ 4 ປີຊ້ອນ.
ລ້າສຸດ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ອະນຸມັດໃຫ້ສໍາປະທານເນື້ອທີຫາດຊາຍແຄມຂອງ 5 ປີ ຜູ້ພັດທະນາເນັ້ນສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ຊົມສ່ວນດອກໄມ້ໃນຍາມຕາເວັນຕົກດິນ. ພິທີເຊັນສັນຍາມີຂຶ້ນໃນບ່າຍວັນທີ 10 ເມສາ 2018 ຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ພູຂົງ ບັນນະວົງ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ກັບ ທ່ານ ນາງ ຈັນນະພາ ວົງສະຫມໍລະພູມ ປະທານກຸ່ມບໍລິສັດ ຊີເອັນພີ (CNP) ຂາອອກ-ຂາເຂົ້າ ຈຳກັດ ເຂົ້າຮ່ວມມີ ທ່ານ ເຈົ້າເມືອງ ສີໂຄດຕະບອງ, ເຈົ້າເມືອງ ຈັນທະບູລີ ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ຈັນນະພາ ວົງສະຫມໍລະພູມ ປະທານກຸ່ມບໍລິສັດ ຊີເອັນພີ (CNP) ຂາອອກ-ຂາເຂົ້າ ຈຳກັດ ໄດ້ກ່າວວ່າ: ຈຸດປະສົງ ເປົ້າໝາຍ ໃນພິທີເຊັນສັນຍາຮັບເໝົາບໍລິການບໍລິເວນຫາດຊາຍແຄມຂອງ ກໍ່ເພື່ອອໍານວຍຄວາມສະດວກໃນການຈັດສັນ, ກະກຽມພື້ນທີ່ ເພື່ອສ້າງເປັນແຫຼ່ງທ່ອງທ່ຽວພາຍຫຼັງນໍ້າຂອງຫຼຸດລົງ. ໄລຍະເວລາໃນການສໍາປະທານ ແມ່ນ 5 ປີ ແລະ ຫມົດກຳນົດສຳປະທານສາມາດຕໍ່ໄດ້ ໂດຍມີເນື້ອທີ່ທັງໝົດ 46 ເຮັກຕາ ເຊິ່ງໃນນີ້ ແມ່ນຈະແບ່ງເປັນຫຼາຍເຂດດ້ວຍກັນ ເຊັ່ນ: ເຂດປະຕິມາກຳຫາດຊາຍ, ເຂດຕົບປະສາດຊາຍ, ເຂດຈັດງານແຂ່ງຂັນກິລາຫາດຊາຍ, ເຂດສວນດອກໄມ້, ເຂດທະເລວຽງຈັນ ສຳລັບຜັກຜ່ອນ ແລະ ຮ້ານອາຫານ, ເຂດສວນຜັກປອດສານພິດ, ນອກຈາກນີ້ ຍັງມີແຜນການໃນການປັບປຸງ ສຳລັບຫຼິ້ນກິລາທາງນໍ້າ ແລະ ທາງບົກ. ເຊິ່ງງົບປະມານໃນການລົງທຶນ ແມ່ນ 8 ຕື້ກວ່າກີບ ຕະຫຼອດ 5 ປີ
Editor: ຕະວັນ ແສງສະຫວັນ