ໃນເມື່ອບໍ່ດົນນີ້ ທີ່ເມືອງນອງແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບຫ້ອງການອຸດສະຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງທ່ານ ໂພສີສ້ອຍ ໂພທິລາດ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ, ມີຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງເມືອງນອງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ແຂກຖືກເຊີນອ້ອມຂ້າງແຂວງເຂົ້າຮ່ວມ.
ຫ້ອງການອຸດສະຫະກໍາ ແລະ ການຄ້າ ຫຼັງໃໝ່ຖືກສ້າງຂຶ້ນໃນວັນທີ 14 ກໍລະກົດ 2015 ໂດຍພະແນກອຸດສະຫະກໍາ ແລະ ການຄ້າ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ໂຄງການດັ່ງກ່າວ ຈະໃຫ້ສຳເລັດທັນພາຍໃນຕົ້ນປີ 2018 ແລະ ເນື່ອງຈາກວ່າສະພາບເສດຖະກິດ ແລະ ສະພາບທຳມະຊາດບໍ່ເອື້ອອຳນວຍຄວາມສະດວກຈຶ່ງເຮັດໃຫ້ໂຄງການແກ່ຍາວ ແລະ ລ້າຊ້າຈຶ່ງໄດ້ສຳເລັດລົງ ສ່ວນທຶນໃນການກໍ່ສ້າງທັງໝົດແມ່ນ 3 ຕື້ 2 ຮ້ອຍກວ່າກີບ ໃນນັ້ນແມ່ນທຶນສະສົມຂອງກະຊວງອຸດສະຫະກຳ ແລະ ການຄ້າ 3 ຮ້ອຍລ້ານກີບ ທຶນຂອງແຂວງແມ່ນ 2 ຕື້ 2 ຮ້ອຍ ລ້ານກວາກີບ ຈາກນັ້ນ ທ່ານ ໂພສີສ້ອຍ ໂພທິລາດ ກໍ່ກ່າວມອບ ຈໍານວນໜຶ່ງຊຸດຍ້ອນເຫັນໄດ້ເຖິງຄວາມສໍາຄັນເພື່ອໃຊ້ ເຂົ້າໃນວຽກງານວິຊາສະເພາະຂອງຫ້ອງການ ຈາກນັ້ນແມ່ນໄດ້ເຊັນບົດບັນທຶກກ່າວມອບຮັບຢ່າງເປັນທາງການ ລະຫວ່າງ ພະແນກອຸດສະຫະກຳ ແລະ ການຄ້າແຂວງ ແລະ ອຸດສະຫະກໍາ ແລະ ການຄ້າເມືອງ.
Editor: ນັກຂ່າວເມືອງນອງ