ນີ້ຄືພາບບັນຍາກາດ ປະຊາຊົນ ລັ່ງໄຫລ ມາໃຊ້ບໍລິການສະຖານນີຂົນສົ່ງໂດຍສານສາຍໃຕ້ ໃນຕອນແລງວັນທີ 12 ເມສາ 2018 ຜ່ານມາ ເວລາ 20:00 ໂມງ ຊຶ່ງມີປະລິມານຫລາຍສົມຄວນ ຖ້າທຽບໃສ່ປີທີຜ່ານມາ ຈົນເຮັດໃຫ້ສະຖານນີໂດຍສານແຄບໃນທັນຕາເຫັນ.
ແຕ່ຢ່າງໃດກໍ່ຕາມ ທາງເຈົ້າຂອງສະຖານນີຂົນສົ່ງໂດຍສານສາຍໃຕ້ ກໍ່ໃຫ້ສຳພາດກ່ອນຫນ້ານີ້ວ່າ ທາງສະຖານນີ ແມ່ນມີລົດໂດຍສານ ໄວ້ຮອງຮັບພຽງພໍແນ່ນອນ ແລະ ຈະບໍ່ໃຫ້ມີຜູ້ໂດຍສານຕົກຄ້າງເດັດຂາດ. ຊຶ່ງສະພາບຜູ້ຄົນລັ່ງໄຫລມາໃຊ້ບໍລິການຄືດັ່ງກ່າວ ແນ່ນອນກໍ່ຈະເຮັດໃຫ້ການສັນຈອນໃນບໍລິເວນດັ່ງກ່າວຕິດຂັດແດ່ຈັກຫນ່ອຍ ແຕ່ກໍ່ບໍເປັນບັນຫາ
ທັງນີ້ ການສະເຫລີມສະຫລອງປີໃໝ່ລາວ ພສ 2561 ນີ້ ເລີ່ມຕັ້ງແຕ່ວັນທີ 14 ຈົນຮອດວັນທີ 18 ເມສາ 2018 ເຊິ່ງລັດຖະບານ ໄດ້ປະກາດພັກຊົດເຊີຍສອງວັນ ເຮັດໃຫ້ມີການພັກຍາວເຖິງ 5 ວັນ.
Editor: ຕະວັນ ແສງສະຫວັນ