ນະຄອນຫລວງວຽງຈັນ ຖືວ່າມີຫລາຍກິດຈະກຳ ແລະ ຫລາຍບ່ອນໃຫ້ທ່ຽວຊົມ ໃນການສະເຫລີມສະຫລອງກຸດສົງການປີໃຫມ່ລາວ ພສ 2561 ຊຶ່ງນອກຈາກບໍລິການແຫຼ່ງທ່ອງທ່ຽວຢູ່ຫາດດອນຈັນແລ້ວ ບໍລິສັດ ຊີເອັນພີ ຍັງເປັນຜູ້ພັດທະນາໝູ່ບ້ານເຮືອນລາວ ຢູ່ຫຼັງພະທາດຫຼວງວຽງຈັນ ເຊິ່ງຈະມີກິດຈະກຳຫຼາກຫຼາຍໃນໄລຍະປີໃໝ່ລາວ ເປັນຕົ້ນແມ່ນ ການອະນຸລັກຮັກສາປະເພນີລາວ ເຊິ່ງໃນໄລຍະປີໃໝ່ລາວ ພວກເຮົາກໍ່ໄດ້ເປີດໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ນາງ ຈັນນະພາ ວົງສະຫມໍລະພູມ ປະທານກຸ່ມບໍລິສັດ ຊີເອັນພີ ບອກກັບນັກຂ່າວພວກເຮົາວ່າ: ສໍາລັບ ກິດຈະກຳທີ່ຈັດຂຶ້ນໃນໄລຍະປີໃໝ່ລາວ ແມ່ນມີກິດຈະກຳເປົ່າແຄນ ເພື່ອຕ້ອນຮັບສຽງແຄນລາວເປັນລະດົກໂລກ, ພ້ອມດຽວກັນ ກໍ່ມີການຈັດສະຖານທີ່ເພື່ອບໍລິການນັກທ່ອງທ່ຽວໃນການ ຫົດສົງສົມມາຜູ້ໃຫຍ່ ເຊິ່ງເໝາະແກ່ຄອບຄົວ, ໝູ່ຄູ່, ຫ້ອງການ, ບໍລິສັດຫ້າງຮ້ານຕ່າງໆ, ເຊິ່ງ ທາງຄະນະຈັດສັນເຮືອນຊົງລາວ ຈະມີການບໍລິການ ພາຂວັນ, ດອກໄມ້ ແລະ ເຄື່ອງຕ່າງໆ ທີ່ກ່ຽວຂອງກັບວັນປີໃໝ່ມາໄວ້ ເພື່ອບໍລິການ ພ້ອມນັ້ນຍັງເຊີນຊວນໃຫ້ພໍ່ແມ່ປະຊາຊົນແຕ່ງກາຍຊຸດລາວ ຫຼື ແຕ່ງກາຍ ແບບບູຮານເຂົ້າມາທ່ຽວ ເຊິ່ງໃນແຕ່ລະວັນ ໃນເວລາ 15:00 – 17:00 ໂມງ ຈະມີຄະນະກຳມະການຕັດສິນ ແລະ ໃຫ້ລາງວັນ ແກ່ຄູ່ທີ່ແຕ່ງກາຍໄດ້ສວຍງາມອີກດ້ວຍ ເຊິ່ງເງິນລາງວັນແມ່ນ 3 ແສນກີບ, 2 ແສນກີບ ແລະ 1 ແສນກີບຕໍ່ມື້ຕາມລໍາດັບ.
ພິເສດ ໃນວັນ 14 ເມສາ 2018 ໃນເວລາ 9:00 ໂມງເຊົ້າ ຈະມີການບາສີສູ່ຂວັນໃຫຍ່ ໂດຍມີອໍານາດປົກຄອງບ້ານ 17 ບ້ານໃນເມືອງໄຊເຊດຖາ ເຂົ້າມາຮ່ວມ. ສໍາລັບ ຄ່າບໍລິການເຂົ້າຊົມສະຖານທີ່ແມ່ນເກັບຜູ້ໜຶ່ງ 10.000 ກີບ ເຊິ່ງຈະເປັນການປະກອບສ່ວນເພື່ອສົ່ງເສີມການສະແດງເປົ່າແຄນ, ການສະແດງຂອງຫຼານນ້ອຍຕະຫຼອດງານ.
ຢ່າງໃດກໍ່ຕາມ ຜູ້ສໍາປະທານ ສະຖານທີ່ຍັງຂໍເຊີນຊວນມວນຊົນ ເຂົ້າມາທ່ຽວຊົມສະຖານທີ່ເຮືອນຊົງລາວ ທ່ານຈະໄດ້ເຫັນຮູບແບບການຫຼີ້ນກິດຈະກຳແບບບູຮານ, ມາສໍາຜັດບັນຍາກາດ ແບບພື້ນບ້ານຂອງລາວເຮົາ.
Editor: ຕະວັນ ແສງສະຫວັນ