ທ່ານ ແສງເພັດ ພົມມະສານ ຫົວໜ້າຈັດສັນຕະຫຼາດລາວ-ອົດຊີ ໄດ້ກ່າວວ່າ: ຕະຫຼາດຂາຍຍົກ-ຂາຍຍ່ອຍລາວ-ອົດຊີ ເປັນຕະຫຼາດສົດ ທີ່ຈັດຢູ່ໃນອັນດັບຕົ້ນໆ ຂອງນະຄອນຫຼວງວຽງຈັນ ແລະ ເປັນຕະຫຼາດທີ່ໃຫຍ່ ຂອງ ເມືອງສີໂຄດຕະບອງ ທີ່ມີຊາວຄ້າ-ຂາຍ ແລະ ຜູ້ມາຊົມໃຊ້ຫຼາຍທີ່ສຸດ, ເປີດໃຫ້ບໍລິການ ຕະຫຼອດ 24 ຊົ່ວໂມງ ທີ່ສຳຄັນເປັນຈຸດເຕົ້າໂຮມເອົາບັນດາສິນຄ້າຈາກທ້ອງຖິ່ນຕ່າງໆເຂົ້າມາລວມໃນສະຖານທີ່ແຫ່ງດຽວ. ຫຼັງຈາກນັ້ນ ກໍ່ຈະມີພໍ່ຄ້າ-ແມ່ຄ້າມາຊື້ເອົາສິນຄ້າແລ້ວໄປຂາຍໃນຕະຫຼາດແຫ່ງອື່ນໆ ດ້ວຍເຫດນີ້ຈຶ່ງເຮັດໃຫ້ລາຄາສິນຄ້າໃນຕະຫຼາດລາວ-ອົດຊີ-ຢູລົບມີລາຄາຖືກກວ່າທີ່ອື່ນໆ. ພ້ອມນັ້ນ, ສະຖານທີ່ຈອດລົດໃຫຍ່ ກວ້າງຂວາງຮອງຮັບໄດ້ຫຼາຍກວ່າ 1 ພັນຄັນ (ບໍ່ເກັບຄ່າຈອດລົດໃຫຍ່ ມີພຽງແຕ່ ເກັບຄ່າຝາກລົດຈັກ).
ທ່ານ ຫົວໜ້າຈັດສັນຕະຫຼາດກ່າວວ່າ: ສະເພາະໃນໄລຍະປີໃໝ່ລາວ 2561 ທີ່ຈະມາເຖິງ ໄດ້ກະກຽມ ປະຕິບັດໄດ້ຕາມລະບຽບ ແລະ ຂໍ້ກຳນົດຂອງ ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຕົ້ນແມ່ນ ແຈ້ງການການຕິດລາຄາຊິ້ນໝູ, ລາຄາຊີ້ນງົວ, ການຕິດລາຄາສິນຄ້າ, ການຕັ້ງຊິງກາງ, ແລະ ການຈັດສັນຕະຫຼາດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອຄວາມສະດວກໃນການເຂົ້າມາຊົມໃຊ້ຂອງປະຊາຊົນ. ສຳລັບ ຕະຫຼາດລາວ-ອົດຊີ ການຈັດຕັ້ງຜັນຂະຫຍາຍລະບຽບການຄ້າໃຫ້ແມ່ຄ້າຮັບຊາບ ໃນແຕ່ລະມືຕ່ອນເຊົ້າ ຜ່ານໂທລະໂຄ່ງຂອງຕະຫຼາດ ເພື່ອໃຊ້ຊາວຄ້າຂາຍໄດ້ຮັບຮູ້ ລວມທັງສິດຂອງຜູ້ຊື້-ຜູ້ຂາຍເພື່ອບໍ່ໃຫ້ມີການເອົາລັດເອົາປຽບກັນ, ຈະຮັກສາມາດຕະຖານລາຄາສິນຄ້າ ບໍ່ໃຫ້ສູງເກີນທີ່ລັດກຳນົດ, ພ້ອມດຽວກັນນັ້ນ ຍັງປະກາດພ້ອມທີ່ຈະນຳໃຊ້ ມາດຕະການລົງໂທດຕໍ່ຜູ້ລະເມີດລະບຽບທີ່ວ່າງໄວ້.
ສຳລັບ ລາຄາຂາຍຊິ້ນໝູ 28,000-33,000 ກີບຕໍ່ກີໂລ, ລາຄາຊິ້ນງົວ-ຄວາຍ 70,000 ກີບຕໍ່ກີໂລ, ລາຄາຂາຍ ປາສະເລ່ຍຢູ່ທີ່ 17,000–18,000 ກີບຕໍ່ກີໂລ ເຊິ່ງລາຄາຂາຍຕົວຈີງນີ້ ຖ້າທຽບໃສ່ລາຄາຂາຍທີ່ພະແນກອຸດສາຫະກຳ ແລະ ການຄ້າແຈ້ງການອອກໄປ ຖືວ່າຍັງຖືກຢູ່. ໃນສ່ວນຂອງການກວດກາລາຄາສິນຄ້າ ກໍ່ຈະມີ ຄະນະກຳມະການສະເພາະກິດ ລົງມາຕິດຕາມອາທິດລະຄັ້ງ, ສ່ວນສິນຄ້າປະເພດຕ່າງໆ ທີ່ນຳເຂົ້າຈາກປະເທດເພື່ອນບ້ານ ກໍ່ໄດ້ມີຄະນະສະເພາະຈາກຂະແໜງການດ່ຽວຂ້ອງລົງມາກວດສານປົ້ນເປື້ອນ ໂດຍທີ່ບໍ່ໄດ້ແຈ້ງລ່ວງ ໜ້າ ເພື່ອຮັບປະກັນ ເຮັດໃຫ້ສິນຄ້າທີ່ມີຄຸນນະພາບ ບໍ່ເປັນອັນຕະລາຍໃນການບໍລິໂພກ.
ສຳລັບ ການຕິດລາຄາປະເພດ ພືດ-ຜັກແມ່ຄ້າ ມີຄວາມເປັນເອກະພາບກັນ ຕິດເພື່ອແຈ້ງລາຄາ ໃຫ້ຜູ້ຊື້ສາມາດຕັດສິນໃຈໃນການຊື້ໄດ້ງ່າຍຂຶ້ນ. ພ້ອມດຽວກັນກໍ່ເປັນຂໍ້ສະດວກໃຫ້ຈັດສັນໄດ້ເກັບກຳຂໍ້ມູນເພື່ອບໍ່ໃຫ້ແມ່ຄ້າປັບຂຶ້ນລາຄາໃນໄລຍະປີໃໝ່ລາວ.
Editor: ຕະວັນ ແສງສະຫວັນ