ການສະເຫລີມສະຫລອງ ບຸນປະເພນີ ປີໃໝ່ລາວ ພສ 2561 ເຊິ່ງເປັນໂອກາດທີ່ສຳຄັນ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອ ຮີດຄອງປະເພນີອັນດີງາມ ແລະ ຄວາມສາມັກຄີ ເປັນປຶກແຜ່ນຂອງຊາດ, ເປັນບຸນໃຫຍ່ປະຈຳຊາດ ທີ່ທົ່ວປວງຊົນລາວທັງຊາດ ຈັດຕັ້ງສະເຫລີມສະຫລອງ ດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ຕິດພັນກັບຄວາມ ເປັນລະບຽບຮຽບຮ້ອຍໃນສັງຄົມ,ຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ອື່ນໆ.
ເຈົ້າຄອງນະຄອນຫລວງວຽງຈັນ, ໄດ້ອອກຄຳສັງວ່າດ້ວຍການຮັກສາ ຄວາມເປັນລະບຽບ ໃນການຈັດງານ ບຸນສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ ພສ 2561 ຢູ່ນະຄອນຫລວງວຽງຈັນ ເຖິງເຈົ້າເມືອງ 9 ຕົວເມືອງ, ຫົວໜ້າພະແນກການ-ອົງການທຽບເທົ່າ, ພະນັກງານທະຫານ-ຕໍາຫລວດ, ພະນັກງານ-ລັດຖະກອນ ຕະຫລອດຮອດມວນຊົນ ຊາວນະຄອນຫລວງວຽງຈັນ ໃຫ້ຈັດງານສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ພສ 2561 ຢ່າງເປັນເອກະພາບ ຕາມປະເພນີ ແລະ ນະໂຍບາຍລັດຖະບານ ເປັນໄລຍະເວລາ 5 ມື້ ແຕ່ວັນທີ 14-16 ເມສາ 2017 (ວັນພັກທົດແທນ ແມ່ນວັນທີ 17 -18 ເມສາ ກົງກັບວັນພຸດ ແລະ ພະຫັດ ), ການສະເຫລີມສະຫລອງ ແມ່ນໃຫ້ສົ່ງເສີມກິດຈະກຳ ທີ່ເປັນປະເພນີອັນດີງາມ ເປັນຕົ້ນການພົບປະສ້າງສັນ ແລະ ບາສີສູ່ຂວັນພາຍໃນຄອບຄົວ ຫລື ການຈັດຕັ້ງ, ການຫົດນ້ຳອວຍໄຊໃຫ້ພອນ ເຊິ່ງກັນ ແລະ ກັນ, ການເຂົ້າວັດຫົດສົງ ພະພຸດທະຮູບ, ຕົບພະທາດຊາຍ ແລະ ກິດຈະກຳປິ່ນອ້ອມອື່ນໆ. ໃຫ້ທຸກພາກສ່ວນ ແລະ ທຸກເພດທຸກໄວ ສົ່ງເສີມເຜີຍແຜ່ວັດທະນະທຳ ແລະ ມາລະຍາດທີ່ດີງາມຂອງຊາດລາວ ໃນການຈັດກິດຈະກຳ, ການປະພຶດຕ່າງໆ ໂດຍສ່ອງແສງໃຫ້ເຫັນ ເຖິງຄວາມຮັກ,ຄວາມກະຕັນຍູ ຮູ້ບຸນຄຸນຜູ້ອາວຸໂສ, ຢັບຢັ້ງສິ່ງອັບປະມຸງຄຸນບໍ່ໃຫ້ເກີດຂຶ້ນ ເຊັ່ນ: ອັກຄີໄພ, ສຽງແຕກ, ຕົວະຍົວະ,ອາລະວາດຕີກັນ, ມຶນເມົາ ແລະ ອຸບັດຕິເຫດ ໃນຕະຫລອດງານ. ສຳລັບ ເວລາຫົດສົງນ້ຳ ແບບມວນຊົນ ໃຊ້ເວລາ 3 ວັນ ຄື: ວັນທີ 14, 15, 16 ເມສາ 2017 ເລີ່ມແຕ່ເວລາ 9:00 ໂມງ ເຖິງ 18:00 ໂມງ.
ຢ່າງໃດກໍ່ຕາມ ໃຫ້ທຸກຄົນ ກໍຄືມວນຊົນ ຊາວນະຄອນຫລວງວຽງຈັນ ປະຕິບັດ 4 ຂໍ້ຫ້າມ ໃນການຫລີ້ນບຸນປີໃໝ່ ດັ່ງນີ້: ຫ້າມບໍ່ໃຫ້ຜູ້ດື່ມທາດເຫລົ້າຂັບລົດ, ຫ້າມໃຊ້ຂອງແຂງ, ສິ່ງເປື້ອນ ແລະ ລາມົກອານາຈານໃນງານ, ຫ້າມໃຊ້ນ້ຳສີ, ນ້ຳເປື້ອນ, ນ້ຳຄັນ, ນ້ຳກ້ອນ ແກວ່ງໃສກັນ, ຫ້າມນຸ່ງເຄື່ອງໂປ້, ເປືອຍ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ, ຫ້າມຕັນທາງສັນຈອນ ຕາມເສັ້ນທາງຫລວງ, ຫ້າມໃຊ້ສຽງດັງເກີນຂອບເຂດ ແລະ ອື່ນໆ.
Editor: ຕະວັນ ແສງສະຫວັນ