ເພື່ອເປັນການຈັດຕັ້ງພົບປະໃນການເຄື່ອນໄຫວແບບລວມໝູ່ໃນຫຼາຍດ້ານ ໂດຍແນ່ໃສ່ການສຶກສາອົບຮົມແນວຄິດ ແລກປ່ຽນບົດຮຽນທັງເປັນການຝຶກຝົນຫຼໍ່ຫຼອມສະຕິປັນຍາ ແລະ ຄວາມສະຫຼາດໃນການສ້າງຄວາມຜູກພັນເປັນເຈົ້າການລວມໝູ່ຂອງນ້ອງນ້ອຍເຍົາວະຊົນ ດັ່ງນັ້ນ ມາໃນເມື່ອບໍ່ດົນນີ້ ຢູ່ທີ່ເດີນກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ມີການຈັດພິທີຕັ້ງຄ້າຍພົບປະເຍົາວະຊົນທັນວາ 05 ຕົວເມືອງຄື: ເມືອງຊົນນະບູລີ, ເມືອງຈໍາພອນ, ເມືອງສອງຄອນ, ເມືອງໄຊພູທອງ, ເມືອງທ່າປາງທອງ. ໂດຍການເຂົ້າຮ່ວມຂອງທ່ານ ຄໍາພັນ ຄູນສັກສີ ເຈົ້າເມືອງຊົນນະບູລີ, ທ່ານ ລໍາແກ້ວ ແສງໜູທອງ ເລຂາຄະນະຊາວໜຸ່ມແຂວງ, ທ່ານ ຄໍາປ້າຍ ເທບທອງແສນ ເລຂາຄະນະຊາວໝຸ່ມເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຂະແໜງເຍົາວະຊົນແຂວງ, ຄະນະຊາວໜຸ່ມໃນ 05 ເມືອງອ້ອມຂ້າງຕະຫຼອດຮອດນ້ອງນ້ອຍເຍົາວະຊົນທັນວາເຂົ້າຮ່ວມ.
ຈຸດປະສົງ ໃນການຕັ້ງຄ້າຍເຍົາວະຊົນທັນວາທີ່ເມືອງຊົນນະບູລີເຫັນວ່າ: ການຕັ້ງຄ້າຍພົບປະເຍົາວະຊົນທັນວານີ້ ແມ່ນແນ່ໃສ່ສ້າງຄວາມສາມະຄີ ລະຫວ່າງ ນ້ອງນ້ອຍເຍົາວະຊົນດ້ວຍກັນ ທີ່ຢູ່ຕ່າງເມືອງຕ່າງຫ້ອງ ແລະ ຕ່າງໂຮງຮຽນ ໃຫ້ມີຄວາມສະໜິດແໜ້ນກັນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຫຼາຍດ້ານ ສ້າງບັນຍາກາດຮ່ວມກັນດ້ານກິລາ, ສິລະປະວັນນະຄະດີ, ທີ່ເໝາະສົມກັບໄວເດັກ. ເພື່ອເປັນການປູກລະດົມດ້ານແນວຄິດການແຂ່ງຂັນຕ່າງໆ. ໃຫ້ມີຫົວຄິດປະດິດສ້າງ, ໃນດ້ານຄວາມຮູ້ຄວາມສາມາດ, ຄວາມສະຫຼາດວ່ອງໄວເປັນເຈົ້າຕົນເອງ.
ຈາກນັ້ນ ບັນດາການນໍາຂອງເມືອງພ້ອມດ້ວຍພາກສ່ວນຕ່າງໆ ກໍ່ໄດ້ຮັບຊົມການສະແດງສິລະປະວັນນະຄະດີ, ຮັບຊົມການແຂ່ງຂັນແບບແຜນ, ຕອບຄໍາຖາມວິທະຍາສາດ, ແລະ ແຂ່ງຂັນກິລາຊ່ວງເຮືອໂຄກ, ອັດຕາແຕ່ງໜ້າ, ຕີກ໋ອບຊາວບ້ານ, ເຊິ່ງເປັນການສ້າງຄວາມເບີກບານມວນຊື່ນໃຫ້ກັບນ້ອງນ້ອຍເຍົາວະຊົນ ແລະ ກອງເຊຍ. ຈາກນັ້ນບັນດາການນໍາຂອງເມືອງພ້ອມດ້ວຍແຂກກໍ່ໄດ້ຢ່າງຊົມຄ້າຍຂອງນ້ອງນ້ອຍເຍົາວະຊົນທັນວາ ທີ່ມາຈາກ 05 ເມືອງ ແລະ ໂຮງຮຽນອ້ອມຂ້າງເມືອງ, ຮັບຊົມການວາງສະແດງສິນຄ້າຫັດຖະກໍາພື້ນບ້ານທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນ.
Editor: ນັກຂ່າວເມືອງຊົນນະບູລີ