ໃນວັນທີ່ 11 ເມສາ 2018 ທາງຄະນະການນໍາ ເມືອງ ເຕືອງເຍືອງ ສສ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ອວຍພອນໃຫ້ ຄະນະການນໍາ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ເນື່ອງໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ ພສ 2561 ໂດຍການນໍາພາຂອງ ທ່ານ ນາງ ລາ ທິ ຍຸ້ງ, ຮອງເລຂາພັກເມືອງ ເຕືອງເຍືອງ, ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ ຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງ-ເມືອງ ວຽງທອງ ພ້ອມດ້ວຍຄະນະນໍາ ແລະ ພະນັກງານຫຼັກແຫຼ່ງ ຢູ່ທີ່ຫ້ອງວ່າການປົກຄອງເມືອງ ວຽງທອງ.
ພາຍຫຼັງຄະນະການນຳເມືອງເຕືອງເຍືອງ ສສ ຫວຽດນາມ ອວຍພອນແລ້ວ ທາງການນໍາເມືອງ ວຽງທອງ ກໍ່ໄດ້ເຊີນການນໍາເມືອງ ເຕືອງເຍືອງ ເຂົ້າຮ່ວມພິທີບາສີສູ່ຂັວນສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ 2561 ທີ່ເມືອງ ວຽງທອງ ໄດ້ຈັດຂຶ້ນເພື່ອເປັນການອວຍໄຊ ໃຫ້ພອນ ເຊິ່ງກັນ ແລະ ກັນ.
Editor: ເມືອງວຽງທອງ