ໃນວັນທີ 6 ເມສາ 2018 ນີ້ ຢູ່ທີ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ປະກາດການເລື່ອນຊັ້ນ ໃຫ້ແກ່ນາຍ ແລະ ພົນຕໍາຫຼວດ ທີ່ມີມາດຖານເງື່ອນໄຂຄົບຖ້ວນ. ພິທີດັ່ງກ່າວ, ແມ່ນໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງທ່ານ ພັນເອກ ປອ ຖາວອນ ອິນທະວົງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ. ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງ ພ້ອມດ້ວຍພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງບໍ່ແກ້ວເຂົ້າຮ່ວມ.
ໃນພິທີ, ທ່ານ ພັນໂທ ອໍາພອນ ບັນນຸສິດ ຮອງຫົວໜ້າຫ້ອງການເມືອງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ສະບັບເລກທີ 561/ປກສ ລົງວັນທີ 03 ເມສາ 2018. ອີງຕາມຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ ສະບັບເລກທີ 1089/ປກສ.ບກ ລົງວັນທີ 06 ເມສາ 2018, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ການເມືອງ ສະບັບເລກທີ 839/ກມປສ ລົງວັນທີ 26 ມີນີ 2018, ອີງຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ເລກທີ 20/ ສພຊ ລົງວັນທີ 09 ພຶດສະພາ 2017.
ເພື່ອປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດຕໍ່ການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຕະຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບປະຊາຊົນ. ຜ່ານການຄົ້ນຄວ້ານໍາສະເໜີຂອງກົມໃຫຍ່ກ່ນເມືອງປ້ອງກັນຄວາມສະຫງົບ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງເຫັນດີເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທັງໝົດຈໍານວນ 140 ສະຫາຍ,ຍິງ 15 ສະຫາຍ. ເລື່ອນຊັ້ນ ພັນຕີ ຂື້ນຊັ້ນ ພັນໂທ ມີ 9 ສະຫາຍ. ຍີງ 1 ສະຫາຍ. ເລື່ອນຊັ້ນ ຮ້ອຍເອກ ຂື້ນຊັ້ນ ພັນຕີ ມີ 10 ສະຫາຍ. ເລື່ອນຊັ້ນ ຮ້ອຍໂທ ຂື້ນຊັ້ນ ຮ້ອຍເອກ ມີ 34 ສະຫາຍ ຍີງ 1 ສະຫາຍ.
ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ ມີ 32 ສະຫາຍ, ຍີງ 6 ສະຫາຍ. ເລື່ອນຊັ້ນ ວາທີ ຂື້ນຊັ້ນ ຮ້ອຍຕີ ມີ 28 ສະຫາຍ ຍີງ 4 ສະຫາຍ. ເລື່ອນຊັ້ນ ສິບເອກ ຂື້້ນຊັ້ນ ວາທີ ມີ 23 ສະຫາຍ ຍີງ 5 ສະຫາຍ.
ເລື່ອນຊັ້ນ ສິບໂທ ຂື້ນ ສິບເອກ ມີ 1 ສະຫາຍ. ເລື່ອນຊັ້ນ I ຂື້ນ ສິບຕີ ມີ 3 ສະຫາຍ, ຍີງ 1 ສະຫາຍ.
ໃນຕອນທ້າຍ ທ່ານ ພັນອ ປອ ຖາວອນ ອິນທະວົງ ກໍ່ໄດ້ໂອລົມກັບບັນດາພະນັກງານທີ່ໄດ້ເລື່ອນຊັ້ນໃນຄັ້ງນີ້ ຈົ່ງຕັ້ງໜ້າເອົາໃຈໃສ່ປະຕິບັດວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ຫຼາຍຕື່ມອີກ, ເອົາໃຈໃສ່ສ້າງວິທີການເຮັດວຽກໃຫ້ໄດ້ຮັບຜົນຮ້ອຍສ່ວນຮ້ອຍ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ອ້າຍນ້ອງ.
Editor: ປກສ ແຂວງບໍ່ແກ້ວ