ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2561 ລະຫວ່າງວັນທີ 14 -16 ເມສາ 2018 ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາໄດ້ວັດທະນາທໍາ ແລະ ຮິດຄອງປະເພນີອັນດີງາມຂອງຊາດ ທັງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ສະນັ້ນ, ມາໃນຕອນບ່າຍ ວັນທີ 09 ເມສາ 2018 ນີ້ ພະແນກຈາລະຈອນ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນງານບຸນປີໃໝ່ລາວ ພ.ສ 2561 ໂດຍການເປັນປະທານຂອງທ່ານ ພັນຕີ ເດດ ມີໄຊ ຫົວໜ້າພະແນກຈາລະຈອນ , ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ສຳລານ ແກ້ວອຳພອນ ຮອງຫົວໜ້າຫ້ອງຕໍາຫຼວດ ຜູ້ຊີ້ນໍາວຽກງານຈາລະຈອນ, ມີບັນດາຫົວໜ້າກອງຈາລະຈອນ ຕະຫຼອດຮອດພະນັກງານຕໍາຫຼວດຈາລະຈອນ ເຂົ້າຮ່ວມ.
ໃນພິທີ ພັນຕີ ເດດ ມີໄຊ ຫົວໜ້າພະແນກຈາລະຈອນ ໄດ້ແຜນປ້ອງກັນການສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2561 ໃນລະຫວ່າງວັນທີ 14 -16 ເມສາ 2018 ເຊີ່ງພະແນກຈາລະຈອນ ປກສ ແຂວງບໍລິຄໍາໄຊ ໄດ້ກະກຽມຈໍານວນຄົນ, ເຫຼົ່າຮົບວິຊາສະເພາະ ເຂົ້າປະຈໍາການຢູ່ຕາມຈຸດຕ່າງໆ ເຊີ່ງຈະໄດ້ຈັດຈຸດປ້ອງກັນທາງເຂົ້າ-ອອກເມືອງ, ຈຸດປ້ອງກັນຕາມສາຍທາງສາມແຍກ, ສີ່ແຍກ ແລະ ທາງຊອຍຕາມຖະໜົນສາຍທາງເສັ້ນຕ່າງໆ ທົ່ວຕົວເມືອງພາຍໃນ ແຂວງບໍລິຄໍາໄຊ ທັງນີ້ ກໍ່ເພື່ອເປັນການລະບາຍການສັນຈອນ ຕາມທ້ອງຖະໜົນແນ່ໃສ່ຫຼຸດຜ່ອນບັນຫາອຸປະຕິເຫດ ພ້ອມທັງຮັບປະກັນໃຫ້ທົ່ວແຂວງບໍລິຄໍາໄຊ ມີຄວາມສະຫງົບ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ ມີຄວາມເບີກບານມ່ວນຊື່ນ ປາສະຈາກອຸປະຕິເຫດ ທີ່ຈະສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສີນຂອງບັນດາທ່ານ.
Editor: ປກສ ແຂວງບໍ່ລິຄຳໄຊ