ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄ້ອງລາຄາສິນຄ້າ ແລະ ຄ່າບໍລິການ, ສະບັບເລກທີ 474/ນຍ, ລົງວັນທີ 18 ພະຈິກ 2010; ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 452/ຫສນຍ, ກລຂ ລົງວັນທີ 27 ມີນາ 2018 ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳປີ ພສ 2561; ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບົບເລກທີ 71/ນຍ, ລົງວັນທີ 6 ຕຸລາ 2017 ວ່າດ້ວຍການສ້າງຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ.
1.ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ດຳເນີນການຈັດຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ຂັ້ນເມືອງ ຕາມຂໍ້ຕົກລົງເລກທີ 71/ນຍ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະເລີກຂອງຕົນ ເພື່ອກຽມພ້ອມຕ້ອນຮັບບຸນປີໃໝ່ລາວ ກໍ່ຄືປະຕິບັດຕາມຂໍ້ 4 ຂອງແຈ້ງການ ສະບັບເລກທີ 452/ຫສນຍ. ກລຂ, ລົງວັນທີ 27 ມີນາ 2018.
2.ໃຫ້ປະສານສົມທົບກັບຂະແໜງທີ່ກ່ຽວຂ້ອງຢູ່ພາຍໃນແຂວງຕົນ ເພື່ອຈັດຕັ້ງປະຕິບັດວຽກງານ ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ພາຍໃນແຂວງຂອງຕົນ ເປັນຕົນແມ່ນສິນຄ້າສະບຽງອາຫານ ປະເພດຊີ້ນ, ປະເພດເຂົ້າກິນ, ປະເພດປາ, ປະເພດໄກ່, ພືດຜັກອື່ນໆ ລວມທັງການສະໜອງເຄື່ອງອຸປະໂພກ-ບໍລິໂພກ ບົນພື້ນຖານຄວາມເປັນເອກະພາບ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ, ພ້ອມທັງ ຮັບປະກັນການດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການ, ຫຼີກເວັ້ນການສວຍໂອກາດກັກຕຸນສິນຄ້າເພື່ອຂຶ້ນລາຄາ ໂດຍຫວັງເກງກຳໄລຂອງພໍ່ຄ້າມືກາງໃນໄລຍະເທດສະການບຸນປີໃໝ່ລາວ ໂດຍລົງກວດໃນທ້ອງຕະຫຼາດ ໃນການຕິດລາຄາສິນຄ້າ.
3.ໃຫ້ເປັນເຈົ້າການໃນການຄຸ້ມຄອງສິນຄ້າສະບຽງອາຫານ ປະເພດຊີ້ນ (ໝູ, ງົວ, ຄວາຍ, ໄກ່, ເປັດ ແລະ ປາ) ແລະ ພືດຜັກອື່ນໆ ທີ່ມີຄວາມຈຳເປັນຢູ່ພາຍໃນທ້ອງຖິ່ນຂອງຕົນ ໃຫ້ເປັນໄປຕາມກົນໄກຕະຫຼາດ ບົນພື້ນຖານການຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດຢ່າງຊັດເຈນເຊັ່ນ: ລາຄາຕົ້ນທຶນ, ລາຄາຂາຍຍົກ-ຂາຍຍ່ອຍ; ສະເພາະສິນຄ້າປະເພດຊີ້ນ ແມ່ນເອົາໃຈໃສ່ຄຸ້ມຄອງນັບແຕ່ຂອດນາຍຮ້ອຍຈົນຮອດຂອດລູກຂຽງ; ສິນຄ້າປະເພດພືດຜັກ ແລະ ສະບຽງອາຫານຕ່າງໆແມ່ນໃຫ້ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງຂອດເກັບຊື້ຈາກຊາວກະສິກອນ, ຂອດຂາຍຍົກ-ຂາຍຍ່ອຍ ຫຼື ຂອດບໍລິການເພື່ອຫຼີກເວັ້ນປັດໃຈສວຍໂອກາດ.
4.ເປັນເຈົ້າການລະດົມ, ຊຸກຍູ້ ໃຫ້ຜູ້ປະກອບການຊຸກຍູ້ສິນຄ້າປະເພດສະບຽງອາຫານທີ່ຈຳເປັນດັ່ງກ່າວໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກໃນໄລຍະເທດສະການບຸນປີໃໝ່ລາວ.
5.ເປັນເຈົ້າການໃນການຕິດຕາມ ແລະ ກວດກາຢ່າງເປັນປະຈຳໃນທ້ອງຕະຫຼາດພາຍທ້ອງຖິ່ນຂອງຕົນ ດ້ວຍວິທີການແຕ່ງຕັ້ງໝູນວຽນພະນັກງານລົງໄປຕິດຕາມ, ກວດກາ ແລະ ຊີ້ນຳເປັນປະຈຳ.
7.ໃຫ້ປະຕິບັດລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຖິງກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ໃນເວລາອັນຄວນ ຖ້າຫາກມີສະພາບການເກີດຂຶ້ນ ເພື່ອພ້ອມກັນແກ້ໄຂບັນຫາດັ່ງກ່າວໄດ້ທັນການ.
ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ບັນດາຄຳສັ່ງ ລະບຽບການ ແລະ ແຈ້ງການຕ່າງໆທີ່ອອກໄປໃນເມື່ອກ່ອນທີ່ຂັດກັບແຈ້ງການສະບັບນີ້ລ້ວນແລ້ວແຕ່ຖືກຍົກເລີກ.
6.ໃຫ້ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາຕ່າງທີ່ເກີດຂຶ້ນໃນໄລຍະບຸນປີໃໝ່ລາວ ກ່ຽວກັບການຄຸ້ມຄອງລາຄາສິນຄ້າປະເພດດັ່ງກ່າວ ຢູ່ພາຍໃນທ້ອງຖິ່ນຂອງຕົນດ້ວຍຄວາມຮັບຜິດຊອບສູງ.
Editor: ຕະວັນ ແສງສະຫວັນ