ເພື່ອເປັນການສ້າງຄວາມສາມັກຄີປອງດອງ ແລກປ່ຽນບົດຮຽນເຊີງກັນ ແລະ ກັນ ທາງດ້ານກິລາ ແລະ ອີກອັນໜື່ງ ກໍ່ເພື່ອເປັນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ສະນັ້ນ, 4 ຕົວເມືອງ ພູດອຍ ແຂວງ ບໍລິຄຳໄຊ ຄື: ເມືອງ ວຽງທອງ, ເມືອງບໍລິຄັນ, ເມືອງໄຊຈຳພອນ ແລະ ເມືອງ ຄຳເກີດ. ຈີ່ງໄດ້ຈັດການຫຼີນກິລາຮ່ວມກັນ ໂດຍ ເມືອງ ວຽງທອງ ເປັນເຈົ້າພາບ.
ເຊີ່ງການຫຼີນກິລາຮ່ວມກັນ ໄດ້ຈັດຂື້ນໃນວັນທີ 6 ເມສາ 2018 ກິລາທີນຳມາຫຼີນຮ່ວມກັນມີ 3 ປະເພດຄື: ກິລາ ບານເຕະ, ດອກປີກໄກ່ ແລະ ກິລາເປຕັງ, ກິລາບານ ເຕະ ລະຫວ່າງ ເມືອງ ວຽງທອງ ກັບ ເມືອງ ບໍລິຄັນ ຜົນການແຂ່ງຂັນ ສະເຫມີ ສູນ-ສູນ 0-0 , ເມືອງ ຄຳເກີດ ກັບ ເມືອງ ໄຊຈຳພອນ ຜົນການແຂ່ງຂັນ ສູນ-ສູນ 0-0 , ເມືອງ ວຽງທອງປະສົບກັບເມືອງ ບໍລິຄັນ ແຂ່ງຂັນກັບ ເມືອງ ຄຳເກີດປະສົບກັບເມືອງ ໄຊຈຳພອນ ຜົນການແຂ່ງຂັນ ທີມ ປະສົມ ເມືອງ ວຽງທອງກັບເມືອງ ບໍລິຄັນເອົາຊະນະ ເມືອງ ຄຳເກີດກັບເມືອງ ໄຊຈຳພອນ 3 -1 , ກິລາດອກປີກໄກ່ ເມືອງ ວຽງທອງ ຊະນະ, ກິລາເປຕັງ ເມືອງ ໄຊຈຳພອນ ຊະນະ ຜູ້ຊະນະໄດ້ຮັບຂັນໂລກິລາລະຂັນ.
Editor: ເມືອງວຽງທອງ