ບຸນປີໃໝ່ລາວປີນີ້ ກໍ່ມີວັນພັກຕິດຕໍ່ກັນ 5 ມື້ ມີຫຼາຍຄົນຈະໃຊ້ໄລຍະເວລາພັກຍາວນີ້ ສ້າງລາຍໄດ້ພິເສດຈາກການຂາຍເຄື່ອງ ທີ່ຕອບສະໜອງ ຄວາມຕ້ອງການຂອງລູກຄ້າ ເຊິ່ງທຸກໆຢ່າງກໍ່ສາມາດສ້າງລາຍໄດ້ ຈຳຈວນຫຼາຍ ໃຫ້ຜູ້ປະກອບການໃນໄລຍະເວລາສັ້ນໆນີ້. ສິນຄ້າທີ່ຂາຍດີໃນໄລຍະຊວງບຸນປີໃໝ່ນີ້ໄດ້ແກ່:
1. ສິນຄ້າປະເພດນ້ຳດື່ມ : ບໍ່ວ່າຈະເປັັນຊະນິດໃດ, ຍີ່ຫໍ້ໃດ ຫຼື ກະທັງນ້ຳກ້ອນ ລ້ວນແຕ່ເປັນສິ່ງທີ່ຕ້ອງການຂອງລູກຄ້າໃນໄລຍະນີ້ ເພາະຮ້ານຄ້າໃຫຍ່ໆ ກໍ່ຈະມີການປິດຮ້ານພັກຜ່ອນ ໃນໄລຍະປີໃໝ່ ເຮັດໃຫ້ນ້ຳດືມຂາຍດີ.
2. ສິນຄ້າປະເທດປືນຊີດນ້ຳ, ຄຸ, ຂັນ, ຖັງນ້ຳ: ເມື່ອມີນ້ຳຕ້ອງມີອຸປະກອນໃສ່ນ້ຳໄວ້ສີດ ໄວ້ສາດໃສ່ກັນ ປືນສີດນ້ຳຈຶ່ງເປັນທີ່ນິຍົມກັນໃນແຕ່ລະປີ ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ກໍ່ນິຍົມເປັນຈຳນວນຫຼາຍ.
3. ທຸລະເສື້ອຜ້າ ( ລາຍດອກໄມ້ ): ການຂາຍເສື້ອຜ້າລາຍດອກໄມ້ ຖືໄດ້ວ່າເປັນທີ່ນິຍົມກັນຫຼາຍໃນໄລຍະປີໃໝ່ ເພາະສີສັນສົດໃສ ໃສ່ແລ້ວຮູ້ສຶກຜ່ອນຄາຍຈາກອາກາດຮ້ອນ ເຫັນໄດ້ທຸກໆປີແມ່ນຫຼາຍຄົນນິຍົມກັນ ຫັນມາໃສ່ເສື້ອລາຍດອກໄມ້ຫຼາຍຂື້ນ ທັງເປັນຄອບຄົວ ຫຼື ງານລ້ຽງສ້າງສັນ.
4. ສິນຄ້າປະເພດຖົງກັນນ້ຳ: ເປັນອີກສີນຄ້າຫນຶ່ງ ທີ່ຂາຍດີເຊັ່ນກັນ ເພາະວ່າທຸກຄົນມີໂທລະສັບຕິດຕົວ ເອົາໄວ້ຕະຫຼອດຢູ່ແລ້ວເພື່ອຕິດຕໍ່ກັນ ນັດກັນໄປສະຖານທີຕ່າງໆ ຫຼື ໄວໂທໃນຍາມສຸເສີນ ການມີຖົງກັນນ້ຳຈະຊ່ວຍປ້ອງກັນຄວາມເສຍຫາຍເມື່ອຖືກສາດນ້ຳໃສ່.
5. ທຸລະກິດເຄື່ອງບຸນ: ເປັນອີກຢ່າງໜຶ່ງທີ່ຂາດບໍ່ໄດ້ ສຳລັບວິຖີຊາວພຸດຂອງພວກເຮົາ ໃນແຕ່ລະປີຫຼາຍຄົນກໍ່ນິຍົມກັນເຮັດບຸນຖວາຍສັງຄະທານ ເຄືຶ່ອງປະເທດນ້ຳຫອມ, ເຄືຶ່ອງເຮັດນ້ຳສົ່ງພະ, ສັງຄະທານ, ທຽນ ຖືວ່າຈະເປັນອີກສິນຄ້າທີ່ຂາຍດີຕ່າງຈາກທຸລະກິດປະເພດອື່ນ.
ແລະນີ້ ກໍ່ເປັນສິຄ້າທີ່ຂາຍດີໃນຊວງໄລຍະບຸນປີໃໝ່ລາວ ທີ່ສ້າງລາຍຮັບໃຫ້ຜູ້ປະກອບການຂາຍເຄື່ອງ ນອກນັ້ນ ກໍ່ຍັງມີທຸລະກິດ ແລະ ສິນຄ້າຫຼາຍປະເພດທີ່ມີຄວາມຕ້ອງການຂອງນັກເດີນທາງ ບໍ່ວ່າຈະເປັນຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານຂາຍຂອງຝາກທີ່ໂດດເດັ່ນໃນແຕ່ລະເຂດແຂວງ ກໍ່ເປັນສີນຄ້າຂາຍດີອັນດັບຕົ້ນໆ ໃນເທດສະຖານບຸນປີໃໝ່ເຊັ່ນກັນ.
Editor: ຕະວັນ ແສງສະຫວັນ