ອີງຕາມ ທິດຊີ້ນໍາຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ, ອີງຕາມ ການຕົກລົງເຫັນດີຂອງຄະນະພັກ ຫ້ອງຕໍາຫຼວດ ຄັ້ງວັນທີ 3 ເມສາ 2018.
ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດ ພະແນກຈາລະຈອນ ປກສ ແຂວງບໍ່ແກ້ວ ຈຶ່ງໄດ້ລົງກວດກາຕົວຈິງ ໃນທ້າຍອາທິດ ທີ່ຜ່ານມາ ພະແນກຈາລະຈອນ ປກສ ແຂວງບໍ່ແກ້ວ ກໍ່ໄດ້ແກ້ໄຂລົດທີ່ນໍາເຂົ້າບໍ່ຖືກຕ້ອງ, ບໍ່ມີເອກະສານ ແລະ ດັດແປງສະພາບເຕັກນິກລົດ ຈາກການລົງກວດກາຄັ້ງວັນທີ 3 ເມສາ 2018 ທີ່ຜ່ານມາ ຢູ່ບັນດາ 4 ໂຮງຮຽນ ຄື: ໂຮງຮຽນ ມສ ສັນຕິພາບ ກັກລົດປະເພດລົດຈັກ ມາໄດ້ ຈໍານວນ 6 ຄັນ, ໂຮງຮຽນ ມ ປາຍຫ້ວຍຊາຍ 9 ຄັນ, ໂຮງຮຽນ ມ ຕົ້ນຫ້ວຍຊາຍໃຕ້ 6 ຄັນແລະວິທະຍາໄລ ທອງສະບາ ຈໍານວນ 23 ຄັນ.
ໃນນັ້ນ, ປະກອບມີລົດຈັກເວບໄທ 24 ຄົນ, ລົດຄລິກໄທ 9 ຄັນ, ລົດມີໂອໄທ 2 ຄັນ, ລົດເອັມເອັສເອັກ MSX ໄທ 2 ຄັນ, ລົດໂຊນິກໄທ 1 ຄັນ ແລະ ລົດເວບຈີນ 6 ຄັນ. ຜ່ານການກວດກາຂອງເຈົ້າໜ້າທີ່ເຫັນວ່າ: ລົດບໍ່ມີເອກະສານ ຈໍານວນ 23 ຄັນ, ດັດແປງສະພາບເຕັກນິກ 8 ຄັນ, ບໍ່ມີປ້າຍ 3 ຄັນ ແລະ ບໍ່ມີແວ່ນຈໍານວນ 10 ຄັນ.
Editor: ປກສ ແຂວງບໍ່ແກ້ວ