ເອກະຊົນລາວ ໂດຍກຸ່ມບໍລິສັດ ຊີເອັນພີ ຮ່ວມກັບ ນະຄອນຫລວງຈັນ, ໄດ້ພັດທະນາສະຖານທີ່ທ່ອງທ່ຽວ ຫາດດອນຈັນ ຫວັງດຶງມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມ ໃນໄລຍະບຸນປີໃໝ່ລາວ 2018 . ຂະນະທີ່ນະຄອນຫລວງວຽງຈັນ ເຊື່ອວ່າ ສະຖານທີ່ດັ່ງກ່າວ ເປັນບ່ອນພັກຜ່ອນທີ່ໜ້າສົນໃຈ ສໍາລັບ ແຂກພາຍໃນ ແລະ ຕ່າງປະເທດ ທັງຈະເປັນການຊ່ວຍຫລຸດອຸບັດຕິເຫດ ບົນທ້ອງຖະໜົນ.
ທ່ານ ນາງ ຈັນນະພາ ວົງສະຫມໍລະພູມ, ປະທານກຸ່ມບໍລິສັດ ຊີເອັນພີ (CNP) ຂາເຂົ້າ-ຂາອອກ ຈໍາກັດ ລາຍງານວ່າ: ມີຄວາມຮູ້ສຶກດີໃຈ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການນໍາພັກ-ລັດ ໂດຍສະເພາະ ນະຄອນຫລວງວຽງຈັນ ທີ່ໃຫ້ໂອກາດໄດ້ເຂົ້າມາພັດທະນາເຂດດັ່ງກ່າວ ເພື່ອກະກຽມສະຖານທີ່ສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບປີໃໝ່ ພສ 2561 ໃຫ້ມີບັນຍາກາດຟົດຟື້ນ ເບີກບານມ່ວນຊື່ນ ໂດຍບໍລິສັດຂອງຕົນໄດ້ລົງທຶນ ເພື່ອພັດທະນາເຂດດັ່ງກ່າວ ໃຫ້ການເປັນສະຖານທີ່ໜ້າທ່ຽວຊົມ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທັງເປັນການສົ່ງເສີມ ແລະ ຮັກສາຮີດຄອງປະເພນີອັນດີງາມ.
ພາຍຫລັງໄດ້ຮັບອະນຸຍາດຈາກນະຄອນ ຫລວງວຽງຈັນ, ບໍລິສັດກໍໄດ້ເລີ່ມລົງມືປະຕິບັດຢ່າງຮີບດ່ວນ ເພື່ອສ້າງເປັນຈຸດດຶງດູດ ເຮັດໃຫ້ນັກທ່ອງທ່ຽວໄດ້ມີໂອກາດ ເຂົ້າມາສໍາຜັດ ແລະ ຜ່ອນຄາຍຄວາມຮ້ອນ ເຊິ່ງພວກເຮົາຈະເລີ່ມເປີດໃຫ້ບໍລິການນັບແຕ່ວັນທີ 13-16 ເມສາ 2018 ນີ້. ບໍລິສັດ ໄດ້ລົງທຶນຫລາຍກວ່າ 1 ຕື້ກີບ ປັບປຸງທາງເຂົ້າ, ທາງອອກ ສະຖານທີ່ພັກຜ່ອນ, ໃຫ້ແຂກນັ່ງຫລິ້ນ 100 ຫລັງ, ສ້າງອ່າງ-ປະຕູນໍ້າພຸ, ຈັດສັນສິ່ງອໍານວຍສະດວກແຄມຫາດຊາຍ, ວາງເຂດປ້ອງກັນ, ຈຸດຖ່າຍຮູບ ແລະ ປູກດອກຕາເວັນ. ພ້ອມນີ້ ຍັງຈະມີການແຂ່ງຂັນກິລາຕົບພະຊາຍ, ການແຂ່ງຂັນກິລາປະເພດຕີໄກ່, ມວຍ, ກະຕໍ້, ການສະແດງສິລະປະ ແລະ ອື່ນໆ.
ພິເສດ ທາງບໍລິສັດຈະໄດ້ເອົາໃຈໃສ່ ບັນຫາສິ່ງແວດລ້ອມ ແລະ ຄວາມປອດໄພເປັນສຳຄັນ ເຊິ່ງຈະໄດ້ວາງກະຕ່າຂີ້ເຫຍື້ອ ປະມານ 100 ຈຸດ ເພື່ອຮອງຮັບບັນຫາຂີ້ເຫຍື້ອ ແລະ ສິ່ງເສດເຫລືອ ບໍ່ໃຫ້ຕົກເຮ່ຍຊະຊາຍ, ຈັດໜ່ວຍງານຮັກສາຄວາມປອດໄພ ແລະ ອະນາໄມຕິດຕາມະສະພາບໄປພ້ອມໆກັນ.
ມີສຽງສຳພາດ ທ່ານ ນາງ ຈັນນະພາ ວົງສະຫມໍລະພູມ, ປະທານກຸ່ມບໍລິສັດ ຊີເອັນພີ (CNP) ຂາເຂົ້າ-ຂາອອກ ຈໍາກັດ ມາໃຫ້ຮູ້ລາຍລະອຽດເພີ່ມຕື່ມ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ