ພິທີເປີດນຳໃຊ້ຫ້ອງການບ້ານຫລັງໃຫມ່, ບ້ານສະກ້າ, ເມືອງໂພນໂຮງ, ແຂວງວຽງຈັນ ໄດ້ຈັດຂື້ນໃນວັນທີ 9 ເມສາ 2018 ຜ່ານມານີ້ ຢູ່ທີ່ຫ້ອງການບ້ານດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງໄຊ ສູນທະວົງ,ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງໂພນໂຮງ, ມີບັນດາຫົວຫນ້າຫ້ອງການ, ອົງການຈັດຕັ້ງຂອງບ້ານ, ບ້ານອ້ອມຂ້າງ, ກອງພັນຮຽກສ່ຽວຈາກ ວິທະຍາຄານກົມມະດໍາ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຂັນທະໄລ ພົມມະຈັກ, ຮອງນາຍບ້ານສະກ້າ ໄດ້ຂື້ນຜ່ານບົດສະຫລຸບຂອງການກໍ່ສ້າງຫ້ອງການບ້ານຫລັງໃຫມ່ ຊຶ່ງທ່ານໃຫ້ຮູ້ວ່າ: ຫ້ອງການບ້ານຫລັງນີ້ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ແລະ ມາຮອດປີ 2017 ຈຶ່ງສ້າງສໍາເລັດ. ຊຶ່ງໄດ້ແບ່ງອອກເປັນ 3 ໄລຍະການກໍ່ສ້າງ, ມີຂະຫນາດ 8 ຄູນ 12 ແມັດ, ມີລະບົບໄຟຟ້າ,ນໍ້າໃຊ້ ແລະ ເຄື່ອງຮັບໃຊ້ຫ້ອງການຈໍານວນຫນຶ່ງ ລວມມູນຄ່າການກໍ່ສ້າງທັງຫມົດ 85 ລ້ານກວ່າກີບ, ໂດຍແມ່ນທຶນຂອງປະຊາຊົນ ແລະ ການຈັດຕັ້ງບ້ານສົມທົບໃນແຕ່ລະປີ.
ສຳລັບ ຫ້ອງການບ້ານຫລັງໃຫມ່ນີ້, ຈະໄດ້ນຳໃຊ້ເປັນບ່ອນປະຈຳການ, ເຮັດວຽກງານລວມຂອງບ້ານ, ໃຊ້ບໍລິການເພື່ອປະຊາຊົນ, ແນ່ໃສ່ເພື່ອເຮັດໃຫ້ບ້ານມີພື້ນຖານໂຄງລ່າງທີ່ອໍານວຍຄວາມສະດວກ ແລະ ເຂັ້ມແຂງຂື້ນເທື່່ອລະກ້າ່ວ.
Editor: ຕະວັນ ແສງສະຫວັນ