ສະຖານີຂົນສົ່ງໂດຍສານສາຍເໜືອ ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນໄລຍະເທດສະການປີໃໝ່ລາວ ພສ 2561 ຫຼື ຄສ 2018 ເຊິ່ງເປັນໄລຍະຄົນມີການເດີນທາງສູ່ພາກເໜືອຫຼາຍທີ່ສຸດ, ຈຶ່ງໄດ້ເພີ່ມຖ້ຽວເດີນລົດຈາກປົກກະຕິ 2 ເທົ່າ ເພື່ອລຳລຽງຜູ້ໂດຍສານຂື້ນສູ່ບັນດາແຂວງພາກເໜືອບໍ່ໃຫ້ຕົກຄ້າງ, ສ່ວນຄ່າໂດຍສານຍັງລາຄາເກົ່າ.
ທ່ານ ນາງ ຈິດປະສົງ ຫຼວງເດດມີໄຊ, ຜູ້ອໍານວຍການສະຖານີຂົນສົ່ງໂດຍສານສາຍເຫນືອພາຍໃນ ແລະ ສາຍຕ່າງປະເທດ ກ່າວວ່າ: ນັບແຕ່ວັນທີ 1 ເດືອນເມສາປີນີ້ ເລີ່ມມີບັນຍາກາດຄຶກຄັກ ຜູ້ໂດຍສານເລີ່ມເດີນທາງກັບບ້ານເມືອງນອນ ໂດຍສະເພາະທາງພາກເຫນືອ ເພື່ອໄປສະຫຼອງປີໃໝ່ທີ່ຖິ່ນກຳເນີດຂອງໃຜລາວ, ສະນັ້ນ ເພື່ອບໍ່ໃຫ້ຜູ້ໂດຍສານຕົກຄ້າງ ຫຼື ເດີນທາງເມືອບ້ານທັນເວລາ ສະນັ້ນ ສະຖານນີ ຈຶ່ງເພີ່ມຖ້ຽວໂດຍສານຈາກປົກກະຕິ 30 ຖ້ຽວ ເປັນ 60 ຖ້ຽວ ແລະ ບໍ່ມີການກຳນົດເວລາໃນການປ່ອຍລົດ ຖ້າຫາກວ່າມີຜູ້ໂດຍສານເຕັມ ແມ່ນຈະປ່ອຍອອກເລີຍ, ສະນັ້ນ ເມື່ອຜູ້ໂດຍສານຈະເດີນທາງແມ່ນໃຫ້ກະກຽມເຄື່ອງຂອງອອກມາເລີຍ.
ສ່ວນຄ່າໂດຍສານ ແມ່ນຍັງຢູ່ໃນລາຄາເກົ່າ, ແຕ່ຜູ້ໂດຍສານກ່ອນຈະຂີ່ຕ້ອງເບິ່ງລົດກ່ອນຈຶ່ງຂື້ນ, ຖ້າລົດລະດັບດີລາຄາກໍ່ຈະຕ່າງ, ສະນັ້ນ ເພື່ອບໍ່ໃຫ້ຜູ້ໂດຍສານສັບສົນຈິ່ງແຈ້ງມາຍັງທ່ານຜູ້ໂດຍສານເພື່ອຊາບ ລົດທຸກຄັນຈະບໍ່ມີປີ້ຢືນ, ນອກຈາກຜູ້ໂດຍສານ ຈະລັດຂື້ນຢູ່ຕາມສາຍທາງ ໂດຍໝົດເຂດຄວາມຮັບຜິດຊອບຂອງສະຖານີ.
ແນວໃດກໍ່ຕາມ ສຳລັບຜູ້ຂັບຂີ່ໂດຍສານ ທາງພະແນກໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ມີການສຶກ
ສາອົບຮົມແນວຄິດໃຫ້ມີຈັນຍາບັນ ບໍ່ສວຍໂອກາດຂື້ນລາຄາ ຫຼື ເອົາປຽບຜູ້ໂດຍສານເດັດຂາດ.
ມີສຽງສຳພາດທ່ານ ນາງ ຈິດປະສົງ ຫຼວງເດດມີໄຊ, ຜູ້ອໍານວຍການສະຖານີຂົນສົ່ງໂດຍສານສາຍເຫນືອພາຍໃນ ແລະ ສາຍຕ່າງປະເທດ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ