ໃນເມື່ອບໍ່ດົນນີ້; ຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນມັດທະຍົມຕອນຕົ້ນດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ລໍາທອງ ຂອບສີລາວົງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະກວດກາພັກ-ລັດເມືອງ, ຄະນະຈັດຕັ້ງເມືອງ, ຄະນະໂຄສະນາອົບຮົມເມືອງ, ສະມາຊິກພັກພາຍໃນໜ່ວຍພັກ ໂຮງຮຽນມັດທະຍົມຕອນຕົ້ນດົງເຫັນ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ໂດຍປະຕິບັດຕາມ ມະຕິຕົກລົງຂອງຄະນະປະຈໍາພັກເມືອງອາດສະພັງທອງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X ທີ່ກໍານົດໄວ້ໃນໝວດທີ I ມາດຕາທີ 2 ວ່າດ້ວຍກົດລະບຽບພັກ, ອີງຕາມໃບສະເໜີເລກທີ 02 /ໜພ, ຂອງໜ່ວຍພັກໂຮງຮຽນມັດທະຍົມຕອນຕົ້ນ ດົງເຫັນ. ດັ່ງນັ້ນ; ຄະນະປະຈໍາພັກເມືອງ ຈຶ່ງຕົກລົງເຫັນດີໃຫ້ 5 ສະຫາຍ, ຍິງ 3 ສະຫາຍ ຄື: ສະຫາຍ ຍາວ ເພັດສິນໄຊ, ສະຫາຍ ຄໍາຫຼ້າ ໄຂອຸໄລພັນ, ສະຫາຍ ໜຸກສະຫວັນ ບາງທະວີ, ສະຫາຍ ນາງ ຈັນສະໝອນ ວົງຍະສັກ ແລະ ສະຫາຍ ນາງ ພູລິນນາ ຈັນທະວົງ ເລື່ອນຂຶ້ນເປັນສະມາຊິກພັກສົມບູນ ຈາກນັ້ນ ໃນພິທີກໍ່ໄດ້ມີການກ່າວຮັບສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນຢ່າງເປັນທາງການ.
ໃນຕອນທ້າຍພິທີ ສະຫາຍ ລໍາທອງ ຂອບສີລາວົງ ກໍ່ໄດ້ໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ກັບບັນດາໜ່ວຍພັກທີ່ໄດ້ເອົາໃຈໃສ່ໃນຂົງເຂດວຽກງານການຂະຫຍາຍສະມາຊິກພັກ. ຍັງໄດ້ຮຽກຮ້ອງໃຫ້ບັນດາ ໜ່ວຍພັກ ແລະ ສາມາຊິກພັກ ຈົ່ງພ້ອມໃຈກັນເອົາໃຈໃສ່ໃນການສຶບຕໍ່ຂະຫຍາຍພັກ ແລະ ຈົ່ງພ້ອມກັນເອົາໃຈໃສ່ໃນໜ້າທີ່ວຽກງານຂອງຕົນ ເຮັດໃຫ້ໜ່ວຍພັກກາຍເປັນໜ່ວຍພັກແຂງຮູ້ນໍາພາຮອບດ້ານໃນຕໍ່ໜ້າຕື່ມອີກດ້ວຍ.
Editor: ນັກຂ່າວເມືອງອາດສະພັງທອງ