ໃນວັນທີ 5 ເມສາ 2018 ນີ້ ກອງບັນຊາການ ປກສ ບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຂື້ນ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ. ໃຫ້ກຽດຂື້ນເລົ່າມູນເຊື້ອໂດຍທ່ານ ພັນເອກ ປອ ຖາວອນ ອິນທະວົງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນໍາຂັ້ນແຂວງ, ສອງກອງບັນຊາການທະຫານ-ຕໍາຫຼວດ, ພະນັກງານລັດຖະກອນ ແລະ ພະນັກງານອອ້ມຂ້າງແຂວງເຂົ້າຮ່ວມ ຈໍານວນ 751 ສະຫາຍ.
ວັນທີ 5 ເມສາ 1961 ແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ເປັນວັນປະຫວັດສາດສຳຄັນຂອງຊາດ, ຂອງພັກ, ຂອງກຳລັງ ປກສ ທີ່ໝູນວຽນມາ ຄົບຮອບ 57 ປີ ( 05 ເມສາ 1961-05 ເມສາ 2018) . ເພື່ອພ້ອມກັນຫວນຄືນມູນເຊື້ອອັນພິລະອາດຫານ ແລະ ສູ້ຮົບມີໄຊຂອງກໍາລັງປ້ອງກັນຄວາມສະຫງົບທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ເປັນຂະບວນຟົດຟື້ນ. ກໍາລັງປ້ອງກັນຄວາມສະຫງົບໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຕ້ການຊີ້ນໍາ-ນໍາພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ; ການເຕີບໃຫຍ່ເຂັ້ມແຂງຂອງກໍາລັງປ້ອງກັນຄວາມສະຫງົບປະຕິວັດ ໄດ້ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບຸລຸດລາວອັນຍິ່ງໃຫຍ່, ການປະຕິວັດລາວກ້າວໜ້າຂະຫຍາຍຕົວຂື້ນຮອດບ່ອນໃດ ກໍາລັງປ້ອງກັນຄວາມສະຫງົບ ກໍ່ເຕີບໃຫຍ່ຂະຫຍາຍຕົວຂື້ນຮອດບ່ອນນັ້ນ, ທັງເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນ ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.
ກໍາລັງປ້ອງກັນຄວາມສະຫງົບ ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີອຸດົມການສັງຄົມນິຍົມ, ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ, ມີມູນເຊື້ອສູ້ຮົບອັນພິລະອາດຫານ ແລະ ບໍ່ຍອມຈໍານົນຕໍ່ພວກສັດຕູ-ກຸ່ມຄົນບໍ່ດີ, ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ, ປະຍັດມັດທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົ້ນເອງ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດຄໍາສັ່ງເຂັ້ມງວດ, ມີມູນເຊື້ອພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ.
Editor: ປກສ ແຂວງບໍແກ້ວ