ງານປະກວດນາງສາວນະຄອນຫລວງວຽງຈັນ 2018 ໄດ້ຈັດຂື້ນໃນຕອນຄໍ່າວັນທີ 7 ເມສາ 2018 ນີ້, ທີ່ໂຮງແຮມແລນ-ມາກ ລິເວີຊາຍ ແຄມຂອງ, ໂດຍມີນາງສາວ ທັງໝົດ 20 ນາງສາວ. ກ່ອນການປະກາດຄັດເລຶອກເອົາ 7 ນາງສາວ ແມ່ນໄດ້ມີການປະກາດລາງວັນພິເສດ ຈໍານວນ 7 ລາງວັນ ປະກອບມີ: ລາງວັນ ສາວຫນ້າໃສ, ລາງວັນສາວຫນ້າອ່ອນກວ່າໄວ, ລາງວັນສາວທັນສະໄຫມ, ລາງວັນຂວັນໃຈມິດຕະພາບ, ລາງວັນຂວັນໃຈມວນຊົນ, ລາງວັນຂວັນໃຈ ຊ່າງພາບ ແລະ ລາງວັນ ບຸກຂະລິກສຸຂະພາບດີ.
ຈາກນັ້ນ ໄດ້ປະກາດເອົາ 7 ນາງສາວ ເຂົ້າຮອບສຸດທ້າຍ ເພື່ອກ້າວເຂົ້າສູ່ການຕອບຄໍາຖາມຄະນະກໍາມະການ. ລວມທັງພາບບັນຍາກາດ ການອໍາລາຕໍາແຫນ່ງ ນາງສາວນະຄອນຫລວງວຽງຈັນ ໃນປີ 2017 ຜ່ານມາ.
ຜ່ານການຕອບຄໍາຖາມ ຜູ້ທີ່ສາມາດເອົາຊະນະໃຈການມະການ ຕໍາແຫນ່ງນາງສາວນະຄອນຫລວງວຽງຈັນ 2018 ແມ່ນໄດ້ແກ່ ນາງສາວ ນິສຸດາ ວົງປະເສີດ ຜູ້ເຂົ້າປະກວດ ຫມາຍເລກ MV 14 ໄດ້ຄອງມົງກຸດທີ່ຊົງຄຸນຄ່າ ມູນຄ່າ 45 ລ້ານກີບ, ຈາກຮ້ານຄໍາພູວົງ, ພ້ອມດ້ວຍສາຍສະພາຍ ແລະ ເງີນລາງວັນ ຢ່າງຫລວງຫລາຍ.
ສ່ວນຮອງອັນດັບ 1 ແມ່ນນາງ ສຸຂະພັດ ວົງວິໄລພອນ ຜູ້ເຂົ້າປະກວດຫມາຍເລກ MV 20
Editor: ກຳປານາດ ລັດຖະເຮົ້າ