ການປະກວດນາງສາວຈໍາປາສັກ 2018 ໄດ້ຈັດຂື້ນເມື່ອບໍ່ດົນນີ້ ໂດຍຮອບສຸດທ້າຍ ມີ 20 ນາງສາວ ຜ່ານການປະກວດ ໃນຮອບຊະນະເລີດ ຫມາຍເລກ M3 ນາງ ສຸດາລັດ ຈັນວັນນະສີ ສາມາດເອົາຊະນະໃຈກໍາມະການ ຄວ້າຕໍາແຫນ່ງ ແລະ ມົງກຸດ ສາວຈໍາປາສັກ 2018 ໄດ້ຢ່າງຂາດໂຕ, ທັງຄວາມງາມ, ກິລິຍາມາລະຍາດ, ຄວາມອ່ອນຫວານ ຄວາມຮູ້-ຄວາມສາມາດ-ໄຫວພິບປຜະຕິພານ ໃນການຕອບຄໍາຖາມ.
ສົມແລ້ວທີ່ໄດ້ຮັບຕຳແໜ່ງນີ້ ເພາະເວທີນາງງາມນີ້ ງາມຢ່າງດຽວບໍ່ພໍ ຕ້ອງງາມພາຍໃນສູ່ພາຍນອກ ງາມກິລິຍາມາລະຍາດ ໄຫວພິບດີ ສະຫຼາດ ວ່າຈາອ່ອນນ້ອມ ແລະ ພ້ອມດຽວກັນນັ້ນ ໝາຍເລກ ເອັມ3 ນາງ ສຸດາລັດ ຈັນວັນນະສີ ຜູ້ນີ້ ຍັງເປັນນັກຮຽນເກັ່ງ ແລະ ເຄື່ອນໄຫວ ກິດຈະກໍາຕ່າງໆພາຍໃນໂຮງຮຽນໄດ້ດີ , ນ້ອງ ສຸດາລັດ ອາຍຸ 21ປີ ສູງ 1.70 ຊັງຕິແມັດ, ທັງເປັນນັກສຶກສາທີ່ ຈາກມະຫາວິທະຍາໄລຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ