ອິງຕາມຄໍາສັງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍ ໃນການຈັດຕັ້ງສະເຫລີມສະຫລອງສົ່ງທ້າຍປີເກົ່າ 2560 -ຕ້ອນຮັບປີໃຫມ່ ພສ 2561 ຢູ່ທີ່ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ໃຫ້ທຸກພາກສ່ວນ, ທຸກຄົນ ປະຕິບັດ ໃນ 4 ຂໍ້ຫ້າມ ທີ່ກໍານົດໄວ້ ຄື:
1./. ຫ້າມດຶມທາດເຫລົ້າ ສິ່ງມຶນເມົາ ແລ້ວຂັບລົດ ( ຜູ້ຂັບລົດ ບໍ່ໃຫ້ດື່ມທາດເຫລົ້າ ຫລື ສິ່ງມືນເມົາ ເພື່ອຫລຸດຜ່ອນການເກີດອຸປະຕິເຫດ ທີ່ອາດຈະເກີດຂື້ນ,)
2./. ຫ້າມໃຊ້ຂອງແຂວງ, ສີ່ງເປີເປື້ອນ ແລະ ສິ່ງທີ່ເປັນການລາມົກອານາຈານໃນງານ ເຊັ່ນ: ການໃຊ້ນໍ້າສີ, ນໍ້າເປືອນ, ນໍ້າຄັນ, ການແກວ່ງຖົງຢາງ, ຖົງນໍ້າ, ນໍ້າກ້ອນໃສ່ກັນ, ຫລີກລ້ຽງການນຸ່ງເຄື່ອງໂປ້ເຂີນ ເຂົ້າວັດ ແລະ ສະຖານທີ່ຊຸມຊົນ.
3./. ຫ້າມ ຕັນທາງການສັນຈອນ ຕາມເສັ້ນທາງແຫ່ງຕ່າງໆ ການຕັ້ງວົງດືຶ່ມ ຫລື ເຕັ້ນຕ່າງໆ ເພາະຈະເຮັດໃຫ້ການສັນຈອນແອອັດ ຫລື ກໍ່ໃຫ້ເກີດອຸປະຕິເຫດໄດ້.
4./. ຫ້າມໃຊ້ສຽງດັງເກີນຂອບເຂດ, ສຽງດົນຕີ ຫລື ເພງໃຫ້ຢູ່ໃນລະດັບເຫມາະສົມ, ໃຫ້ກຽດສະຖານທີ່ອ້ອມຂ້າງ ລວມທັງກໍານົດເວລາ ບໍ່ເກີນ 23:00 ມ
Editor: ກຳປານາດ ລັດຖະເຮົ້າ