ໃນວັນທີ 6 ເມສາ 2018 ນີ້ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສປປ ລາວ ແລະ ມະຫາວິທະຍາໄລ ອີວາ ແຫ່ງ ສາທາລະນະລັດ ເກົາຫລີ ໄດ້ຈັດກອງປະຊຸມຫາລື, ລາຍງານ ແລະ ພ້ອມທັງເປີດສູນອົບຮົມ - ຄົ້ນຄວ້າ ກ່ຽວກັບການຮັກສາສຸຂະພາບເດັກຍິງ ແບບເຊື່ອມສານ ຂື້ນຢ່າງເປັນທາງການ ເພື່ອສຶບຕໍ່ຈັດຕັງປະຕິບັດໂຄງການ ໃຫ້ບັນລຸເປົ້າຫມາຍ ໂດຍເນັ້ນຫນັກ ໃນ 4 ກິດຈະກໍາ ດັ່ງນີ້:
ກິດຈະກໍາ ທີ 1 ຄື: ຈາກຜົນການສໍາຫລວດຂໍ້ມູນນັກສຶກສາໃນໂຮງຮຽນມັດທະຍົມສົມບູນ 4 ແຫ່ງ ໃນປີ 2017 ເຊີ່ງໂຄງການໄດ້ພັດທະນາ ແລະ ປັບປຸງປື້ມຄູ່ມື ແລະ ຄໍແນະນໍາ ກ່ຽວກັບການຮັກສາສຸຂະພາບແບບເຊື່ອມສານໃນເດັກຍິງ ນໍານັກຮຽນມັດທະຍົມຕອນຕົ້ນ.
ກິດຈະກໍາທີ 2 ຄື: ທີມງານ ຮັບຜິດຊອບແມ່ນຈະໄດ້ຈັດການອົບຮົມບັນດາຜູ້ຮັບຜິດຊອບໃນການຕິດຕາມ ແລະ ອາຈານສອນ ໃຫ້ກາຍເປັນຜູ້ຊຽວຊານດ້ານການຮັກສາສຸຂະພາບແບບເຊື່ອມສານ ຂອງເດັກຍິງ.
ກິດຈະກໍາທີ 3 ກໍ່ຄື: ທີມງານໄດ້ວາງແຜນກຽມສະເຫລີມສະຫລອງ ວັນສຸຂະພາບເດັກຍິງ ເຊີ່ງຈະໄດ້ຈັດ ໂຄງການໃຫ້ສຸຂະສຶກສາ ເພື່ອການຮັກສາສຸຂະພາບເດັກຍິງແບບເຊື່ອມສານ, ສໍາລັບນັກຮຽນ-ນັກສຶກສາ ໃນມັດທະຍົມຕົ້ນ ຈໍານວນ 1 ພັນຄົນ ( ລວມທັງເດັກຍິງ ແລະ ເດັກຊາຍ )
ການສ້າງສູນອົບຮົມ ແລະ ຄົ້ນຄວ້າ ກ່ຽວກັບການຮັກສາສຸຂະພາບເດັກຍິງແບບເຊື່ອມສານ ໂດຍພາຍໃຕ້ການຮ່ວມມື ລະຫວ່າງ 2 ມະຫາວິທະຍາໄລ ທັງ ສອງປະເທດ ຄື: ມະຫາວິທະຍາໄລ ອີວາ ແຫ່ງ ສາທາລະນະລັດ ເກົາຫລີ ແລະ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ເຊີ່ງ ຈະໄດ້ເປັນຈຸດສູນກາງໃນການເຮັດກິດຈະກໍາຕ່າງໆ ກ່ຽວກັບການຮັກສາສຸຂະພາບເດັກຍິງ, ນອກຈາກນັນ ສູນອົບຮົມ ແລະ ຄົ້ນຄວ້າ ການຮັກສາສຸຂະພາບເດັກຍິງ ແບບເຊື່ອມສານ ຍັງເປັນຈຸດເລີ່ມຕົ້ນ ໃນການຮັກສາສຸຂະພາບເດັກຍິງ ໃນ ສປປ ລາວ ອີກດ້ວຍ. ໃນພິທີເປີດສູນ ດັ່ງກ່າວ, ໃຫ້ກຽດຮ່ວມເປັນປະທານເປີດ ມີ ທ່ານ ດຣ. ພູທອນ ມັງກອນວິໄລ ວ່າການອະທິບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ທ່ານ ດຣ. ນາງ ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະຫລັງມະຫາວິທະຍາໄລ, ພ້ອມນີ້ ຍັງມີຜູ້ຮັບຜິດຊອບໂຄງການ ຝ່າຍ ສເກົາຫລີ, ຜູ້ປະສານງານ ແລະ ບັນດາຫນ່ວຍງານ ຕ່າງໆ ທີ່ກ່ຽວຂ້ອງຈາກຝ່າຍລາວ ເຂົ້າຮ່ວມ ຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ