ໂກຕາຣ ( KOTAR ) ເປັນຫນ່ວຍງານເສດຖະກິດ ຂອງສະຖານທູດ ສາທາລະນະລັດ ເກົາຫລີ ທີ່ສົ່ງເສີມ ແລະ ໃຫ້ຄໍາປຶກສາທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງປະເທດລາວ ແລະ ສາທາລະນະລັດ ເກົາຫລີ, ໄດ້ຈັດງານພົບປະນັກທຸລະກິດ ລາວ ແລະ ສາທາລະນະລັດ ເກົາຫລີ ຂື້ນ ໃນວັນທີ 6 ເມສາ 2018 ນີ້ ທີ່ໂຮງແຮມລາວພາຊາ, ນະຄອນຫລວງວຽງຈັນ. ພານໃນງານໂດຍໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານທູດ ສາທາລະນະລັດ ເກົາຫລີ ປະຈໍາ ສປປ ລາວ, ພ້ອມກັນນີ້ ຍັງມີ ທ່ານຜູ້ອໍານວຍການ ໂກຕາຣ ແລະ ມີບັນດາແຂກ, ນັກທຸລະກິດລາວ ແລະ ບໍລິສັດຈາກ ສ ເກົາຫລີ ເຂົ້າຮ່ວມ.
ງານດັ່ງກ່າວ ໄດ້ລວບລວມເອົາບັນດາບໍລິສັດ ຈາກ ເກົາຫລີ ມາໃຫ້ຄໍາແນະນໍາ ກ່ຽວກັບສິນຄ້າ ແລະ ຜະລິດຕະພັນ ທີ່ເປັນຜະລິດຕະພັນບໍລິໂພກ, ເຄື່ອງສໍາອາງ, ເຄື່ອງຈັກທີ່ທັນສະໄຫມ່ ນໍາໃຊ້ໃນຄົວເຮືອນ ແລະ ຊີວິດປະຈໍາວັນ. ຈາກປະເທດ ສາທາລະນະລັດ ເກົາຫລີ 10 ບໍລິສັດ ເຊັ່ນ: ຜະລິດຕະພັນອາຫານຫວ່າງສໍາລັບເດັກເກີດໃຫມ່, ຜະລິດຕະພັນໂສມ, ຜະລິດຕະພັນສະເປສິດຫນ້າ ໃຫ້ຄວາມຊຸ່ມຊື່ນສໍາລັບຜິດ, ຜະລິດຕະພັນສະບູ, ເຄື່ອງສໍາອາງ, ຜະລິດຕະພັນຄວາມງາມ ອຸປະກອນທາງການແພດ, ເຄື່ອງລ້າງຈານທີ່ທັນສະໄຫມ. ອຸປະກອນການກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າຕ່າງໆ.
ງານພົບປະ ນັກທຸລະກິດ ລາວ ແລະ ເກົາຫລີ ຄັ້ງນີ້ ແມ່ນເປັນຄັ້ງທໍາອີດ ທີ່ໄດ້ຈັດຂື້ນ ແລະ ຄາດວ່າ ໃນປີ 2018 ແມ່ນຍັງຈະຈັດຂື້ນອີກຫລາຍຄັ້ງ ເພື່ອເຮັດໃຫ້ນັກທຸລະກິດລາວ ແລະ ບໍລິສັດຕ່າງໆ ໃນ ສ ເກົາຫລີ ໄດ້ມີການຮ່ວມມື ໃນການຄ້າ-ການລົງທຶນຮ່ວມກັນ ເຮັດໃຫ້ສາຍພົວພັນ ລະຫວ່າງ ສອງປະເທດ ລາວ ແລະ ສ ເກົາຫລີ ມີການເຕີບໃຫຍ່ ທາງດ້ານການຄ້າ, ການນໍາເຂົ້າ ແລະ ສົ່ງອອກ ນັບມື້ນັບໄດ້ຮັບການຂະຫຍາຍຕົວ ສົ່ງຜົນເຮັດໃຫ້ເສດຖະກີດ ໃນບາງຂະແຫນງໄດ້ມີການເຕີບໃຫຍ່ ຂື້ນເທື່ອລະກ້າວ. ງານ ຄັ້ງນີ້ ໄດ້ດໍາເນີນ ເປັນເວລາ 1 ມື້ ແລະ ມີນັກທຸລະກິດ ລວມທັງຜູ້ສົນໃຈ ໃນຜະລິດຕະພັນ ຈາກ ສ ເກົາຫລີ ເຂົ້າຮ່ວມ 100 ກວ່າທ່ານ.
Editor: ກຳປານາດ ລັດຖະເຮົ້າ