ໃນວັນທີ 4 ເມສາ 2018 ຜ່ານມານີ້; ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ, ແຂວງສະຫວັນນະເຂດ. ໄດ້ຈັດພິທີປາຖະກະຖາ 5 ວັນປະຫວັດສາດ ຂອງພັກ-ຂອງຊາດ ແລະ ສາກົນ ຄື:
ວັນປົດປ່ອຍພາກໃຕ້ຫວຽດນາມ (ວັນທີ 30 ເມສາ 1975 ຫາ ວັນທີ 30 ເມສາ 2018 ຄົບຮອບ 43 ປີ),
ວັນເກີດທ່ານ ວະລາດີເມຍ ອີລິສ ເລນິນ (ວັນທີ 22 ເມສາ 1870 ຫາວັນທີ 22 ເມສາ 2018 ຄົບຮອບ 148 ປີ),
ວັນສ້າງຕັ້ງສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ (ວັນທີ 25 ເມສາ ປີ 1961 ຫາ ວັນທີ 25 ເມສາ 2018 ຄົບຮອບ 57 ປີ)
ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ (ວັນທີ 5 ເມສາ ປີ 1961 ຫາ ວັນທີ 5 ເມສາ 2018 ຄົບຮອບ 57 ປີ) ຂຶ້ນຢ່າງເປັນທາງການ.
ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ອາດສະພັງທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ທະຫານ, ຕໍາຫຼວດ ຕະຫຼອດຮອດພະນັກງານໃນກົມກອງຫ້ອງການອ້ອມຂ້າງເມືອງກໍ່ໄດ້ເຂົ້າຮ່ວມ.
ໃນພິທີ ສະຫາຍ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ອາດສະພັງທອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາແກ່ວັນປົດປ່ອຍພາກໃຕ້ຫວຽດນາມ (ວັນທີ 30 ເມສາ 1975 ຫາ ວັນທີ 30 ເມສາ 2018 ຄົບຮອບ 43 ປີ ) ໂດຍສະຫາຍໄດ້ເວົ້າເຖິງມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງຫວຽດນາມ, ຍຸດທະສາດ ແລະ ກົນອຸບາຍຂອງຈັກກະພັດອາເມລິກາຕໍ່ຫວຽດນາມ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ປະຊາຊົນຫວຽດນາມ ຕ້ານການຄອບຄອງຂອງຈັກກະພັດ ແລະ ສະຫາຍຍັງໄດ້ປາຖະກະຖາວັນເກີດ ທ່ານ ວະລາດີເມຍ ອີລິສເລນິນ ວັນທີ 22 ເມສາ 1870 ຫາວັນທີ 22 ເມສາ 2018 ຄົບຮອບ 148 ປີ, ຕື່ມອີກດ້ວຍ.
ຈາກນັ້ນ ສະຫາຍນາງ ສີສະອາດ ຮົດທະຈັກ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບເມືອງ ໄດ້ປາຖະກະຖາແກ່ວັນສ້າງຕັ້ງສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ວັນທີ 25 ເມສາ ປີ 1961 ຫາ ວັນທີ 25 ເມສາ 2018 ຄົບຮອບ 57 ປີ ໂດຍໄດ້ກ່າວເຖິງຄວາມເປັນມາມູນເຊື້ອແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປລາວ ກັບ ສປ ຈິນ, ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບ ສປ ຈີນ ແລະ ການສຶບຕໍ່ຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມື ສປປ ລາວ ແລະ ສປ ຈິນ ຕື່ມດ້ວຍ,
ຈາກນັ້ນ ສະຫາຍ ພັນໂທ ພົມມະຍັງ ຈັນແພງເພັດຮຸ່ງເຮືອງ ຄະນະປະຈໍາພັກເມືອງ ຫົວ ໜ້າກອງບັນຊາການປ້ອງກັນຄວາມສະຫງົບສຸກ ປະຈໍາເມືອງ ອາດສະພັງທອງ ກໍ່ໄດ້ຂຶ້ນເຜີຍແຜ່ແກ່ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ (ວັນທີ 5 ເມສາ ປີ 1961 ຫາ ວັນທີ 5 ເມສາ 2018 ຄົບຮອບ 57 ປີ) ຕື່ມອີກດ້ວຍ. ພ້ອມດ່ຽວກັນນັ້ນ ສະຫາຍ ບຸນແກດ ຫອມພະມາໄລ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ກໍ່ໄດ້ເປັນກຽດຂຶ້ນປາຖະກະຖາເອກະສານ ມູນເຊື້ອຂອງຊາວໜຸ່ມລາວໂດຍສະຫະໄດ້ເວົ້າເຖິງ ຈຸດປະສົງລະດັບຄາດໝາຍເປົ້າໝາຍຂອງເອກະສານ, ຄວາມສໍານຶກທົ່ວໄປກ່ຽວກັບມູນເຊື້ອຊາວໜຸ່ມລາວ ແລະ ເວົ້າເຖິງ ມູນເຊື້ອຊາວໝຸ່ມລາວໃນແຕ່ລະຮຸ່ນ ຕື່ມອີກດ້ວຍ.
ທັ່ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານລັກຖະກອນກົມກອງຫ້ອງການອ້ອມຂ້າງ ເມືອງ ອາດສະພັງທອງ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊີ່ງກຽວກັບ 4 ວັນປະຫວັດສາດ ຄືດັ່ງກ່າວໃຫ້ຍິ່ງຂຶ້ນກວ່າເກົ່າ ແລະ ນຳເອົາທິດທາງ - ທິດສະດີ ແລະ ຫຼັກການຕ່າງໆພ້ອມກັນນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ເກີດດອກອອກຜົນ
Editor: ກຳປານາດ ລັດຖະເຮົ້າ