ໃນວັນທີ 4 ເມສາ 2018 ຜ່ານມານີ້ ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຂື້ນ ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ຄຳສິນ ຜີວວັນນາ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ ຄະນະບັນຊາ, ບັນດາຫົວໜ້າພະແນກ ພ້ອມດ້ວຍພະນັກງານນັກຮົບພາຍໃນກອງບັນຊາການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພັນຕີ ສົມບູນ ຈັນທະວົງ ຫົວໜ້າພະແນກການເມືອງ ກອງບັນຊາການ ປກສ ເມືອງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 557/ປກສ, ລົງວັນທີ 3 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 832/ກມປສ, ລົງວັນທີ 26 ມີນາ 2018 ວ່າດ້ວຍການເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ສະບັບເລກທີ 1555/ປຊຍ, ລົງວັນທີ 3 ເມສາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບ ແຂວງໄຊຍະບູລີ ຊຶ່ງມີຜູ້ໄດຮັບການເລື່ອນຊັ້ນ ຄັ້ງນີ້ທັງໝົດ 10 ສະຫາຍ, ຍິງ 3 ສະຫາຍ,
ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂື້ນ ພັນຕີ 2 ສະຫາຍ, ຮ້ອຍໂທ ຂື້ນ ຮ້ອຍເອກ 1 ສະຫາຍ, ຮ້ອຍຕີ ຂື້ນ ຮ້ອຍໂທ 2 ສະຫາຍ, ຍິງ 1 ສະຫາຍ, ວາທີຮ້ອຍຕີ ຂື້ນ ຮ້ອຍຕີ 2 ສະຫາຍ, ຍິງ 1 ສະຫາຍ, ສິບໂທ ຂື້ນ ສິບເອກ 2 ສະຫາຍ ແລະ ເລື່ອນຊັ້ນສິບຕີ ຂື້ນ ສິບໂທ 1 ສະຫາຍ, ຍິງ 1 ສະຫາຍ, ໃຫ້ກຽດຂື້ນປະດັບຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຄັ້ງນີ້ ໂດຍແມ່ນ ສະຫາຍ ພັນໂທ ຄໍາສິນ ຜີວວັນນາ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ພ້ອມທັງໃຫ້ກຽດໂອ້ລົມຕໍ່ພິທີຕື່ມອີກ, ເຊິ່ງກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂື້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ - ລັດ, ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້
Editor: ກຳປານາດ ລັດຖະເຮົ້າ