ຕົ້ນເດືອນເມສາ 2018 ນີ້, ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ ໄດ້ຈັດກອງປະຊຸມສະຫລຸບວຽກງານຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມເມືອງ 1 ປີ, ຜ່ານມາ 2017 ແລະ ວາງທິດທາງແຜນການ 1 ປີ ຕໍ່ໜ້າ ຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ, ມີ ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ເຂົ້າຮ່ວມມີບັນດາທ່ານຫົວໜ້າ, ຄະນະຫ້ອງການອອ້ມຂ້າງ, ຫົວໜ້າ,ຄະນະຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ເມືອງພ້ອມຫົວໜ້າຄະນະໜ່ວຍງານ, ພະນັກງານວີຊາການແລະແຂກຖືກເຊີນ 3 ເມືອງອອ້ມຂ້າງວິລະບູລີ,ເມືອງຟີນ ແລະ ເມືອງນອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມໄດ້ຜ່ານແຈ້ງການຂອງກະຊວງຊັບພະບາກອນ, ທໍາມະຊາດ ແລະ ສີ່ງແວດລ້ອມເລກທີ 5829/ກຊສ ວ່າດ້ວຍການເກັບຄ່າທໍານຽມ ແລະ ຄ່າບໍລິການ ການຂື້ນທະບຽນອອກໃບຕາດີນໃນທ້ອງຖິ່ນຂອງເມືອງ, ລັດຖະບັນຍັດ ຂອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 003/ປປທ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ຂໍ້ຕົກລົງຂອງ ທ່ານເຈົ້າ ເມືອງເຊໂປນ ເລກທີ098/ຈມຊປ ວ່າດ້ວຍແຕ່ງຕັ້ງຄະນະຊີ້ນໍາ, ຄະນະຈັດປະເພດ, ຄະນະຈຸງານກອງກາງ ແລະ ຄະນະຈຸປະຕິບັດງານພາກສະໜາມໃນການສໍາຫລວດວັດແທກພິສູດຫລັກຖານ, ອອກໃບຕາດີນຢູ່ເມືອງ, ຂໍ້ຕົກລົງຂອງທ່ານເຈົ້າເມືອງເຊໂປນ ເລກທີ090/ຈມຊປ ວ່າດ້ວຍການ ກໍານົດບ້ານເປົ້າໝາຍສໍາຫລວດວັດແທກອກໃບຕາດີນ ຢູ່ເມືອງເຊໂປນ ປີ2018, ຂໍ້ຕົກລົງຂອງທ່ານເຈົ້າເມືອງເຊໂປນ ເລກທີ096/ຈມຊປ ວ່າດ້ວຍການໃຊ້ຈ່າຍໃນການຂື້ນທະບຽນອອກ ໃບຕາດີນຢ່າງເປັນລະບົບ ແລະ ຕາມຄໍາຮ້ອງຂໍ,ຂໍ້ຕົກລົງຂອງກະຊວງຊັບພະຍາກອນ ທໍາມະຊາດ ແລະ ສີ່ງແວດລ້ອມ ເລກທີ3172/ກຊສ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ຜ່ານບົດສະຫລຸບວຽກງານຊັບພະຍາກອນ ທໍາມະຊາດ ແລະ ສີ່ງແວດລ້ອມເມືອງເຊໂປນ 1 ປີ ຜ່ານມາ 2017 ພ້ອມທິດທາງແຜນການປີ 2018 ແລະ ໃນກອງປະຊຸມກໍ໋ໄດ້ພັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນ ເຈາະຈີ້ມບັນຫາຕ່າງໆ ທັງດ້ານດີດ້ານອອ່ນ ແລະ ຂໍ້ຄົງຄ້າງຢ່າງກົງໄປກົງມາເຂົ້າໃສ່ບົດສະຫລຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຄົບຖວ້ນ, ສຸດທ້າຍທ່ານເຈົ້າເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນໂອ້ລົມ ແລະ ໃຫ້ທິດເຍື່ອງທາງແກ່ກອງປະຊຸມຊື່ງກ່ອນອື່ນທ່ານກໍ່ໄດ້ຕອບແກ້ຂໍ້ຂ້ອງໃຈຂອງຜູ້ເຂົ້າຮ່ວມ ແລະ ຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງໃຫ້ສຶບຕໍ່ວຽກງານດ້ານການເມືອງແນວຄິດ ຖັນແຖວພະນັກງານຊີ້ນໍາໆພາວີຊາສະເພາະຂອງຕົນໃຫ້ມີຜົນສໍາເລັດຕາມແຜນທີ່ໄດ້ວາງໄວ້100%, ໂດຍສະເພາວຽກງານການຈັດຕັ້ງພັກ-ລັດແມ່ນອີງໃສ່ກົດໝາຍ, ມະຕິ, ຄໍາສັ່ງເປັນບ່ອນສຶກສາອົບຮົມ,ຝືກຝົນຫລໍ່ຫຼອມ ໃຫ້ມີຄວາມຮູ້ຄວາມສາມາດ, ສຶບຕໍ່ຈັດຕັ້ງປະຕິບັດບ້ານເປົ້າໝາຍໃນການສໍາຫລວດວັດແທກໃບຕາດີນ ໃຫ້ສໍາເລັດ,ເອົາໃຈໃສ່ວຽກງານສີ່ງແວດລ້ອມ ຈັດສັນບ່ອນມ້ຽນຂີ້້ເຫຍື້ອໃຫ້ເປັນລະບຽບຮຽບຮ້ອຍສະອາດຈົບງາມສຶບຕໍ່ທິດທາງແຜນການໃນຕໍ່ໜ້າໃຫ້ມີຜົນສໍາເລັດຕາມຈຸດປະສົງເປົ້າໝາຍ ທີ່ວາງໄວ້
Editor: ກຳປານາດ ລັດຖະເຮົ້າ