ກອງປະຊຸມ ດັ່ງກ່າວ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ທີ່ ໂຮງຫມໍມິດຕະພາບ ໂດຍການເປັນປະທານ ຂອງ ທ່ານ ຮອງສາດສະດາຈານ ດຣ, ບຸນຫນັກ ໄຊຊະນະສົງຄາມ ຫົວຫນ້າກົມປິ່ນປົວ ແລະ ຟື້ນຟູຫນ້າທີ່ການ, ກະຊວງສາທາລະນະສຸກ, ເຂົ້າຮ່ວມມີ ທ່ານ ດຣ, ສະຫນອງ ທອງຊະນະ ຜູ້ອໍານວຍການໂຮງຫມໍມິດຕະພາບ, ມີຜູ້ຕາງຫນ້າຈາກບັນດາໂຮງຫມໍ ແຫ່ງຕ່າງໆ ໃນນະຄອນຫລວງວຽງຈັນ, ບັນດາຜູ້ຕາງຫນ້າຈາກພະແນກປິ່ນປົວ ແລະ ຟື້ນຟູຫນ້າທີ່ການ, ພະແນກສຸກເສີນ ຈາກໂຮງຫມໍ, ຜູ້ຕາງຫນ້າ ຈາກບັນດາຫນ່ວຍກູ້ໄພ ແລະ ອາສາສະຫນັກກູ້ໄພ ຈາກຫລາຍພາກສ່ວນ ເປັນຕົ້ນແມ່ນ ມາຈາກ ຫນ່ວຍກູ້ໄພມູນນິທິ ຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ, ກູ້ໄພນະຄອນຫລວງ, ກູ້ໄພກາແດງ, ກູ້ໄພມູນນິທິຈີນ, ກູ້ໄພນາຄາ, ກູ້ໄພໃຈຮ່ວມໃຈ, ກູ້ໄພປະສານໃຈ, ກູ້ໄພພັດທະນາຜາສຸກ ແລະ ກູ້ໄພກາແດງ. ລວມເກືອບ 50 ທ່ານ ເຂົ້າຮ່ວມ.
ໃນພິທີ ທ່ານ ດຣ. ສົມຈັນ ທຸນສະຫວັດ ຮອງພະແນກປິ່ນປົວ ແລະ ຟື້ນຟູຫນ້າທີ່ການ, ໄດ້ກ່າວລາຍງານເຖິງຈຸດປະສົງວ່າ: ໃນກອງປະຊຸມຄັ້ງນີ້ ແມ່ນມີຢູ່ 3 ຈຸດປະສົງ ຄື:
1/. ເຜີກແຜ່ຂໍ້ຕົກລົງ ຂອງທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງການບໍລິການແພດສຸກເສີນ ໃນນະຄອນຫລວງວຽງຈັນ.
2/. ເປັນການປຶກສາຫາລືກ່ຽວກັບເນື້ອໃນວຽກງານ ການຄຸ້ມຄອງການບໍລິການແພດສຸກເສີນ.
3/. ການລາຍງານແຜນການຈັດຕັ້ງປະຕິບັດວຽກງານການບໍລິການແພດສຸກເສີນ ໃນຕໍ່ຫນ້າ.
4/. ແລກປ່ຽນບົດຮຽນກ່ຽວກັບຂໍ້ບັນຫາ ທີ່ພົບເຫັນ ໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ແລະ ບັນຫາຕ່າງໆ ທີ່ຄວນໄດ້ຮັບການປັບປຸງແຫ້ໄຂ.
ສໍາລັບເອກະສານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງການບໍລິການ ການແພດສຸກເສີນ ໃນນະຄອນຫລວງວຽງຈັນ ລວມມີ 4 ຫນວດ 20 ມາດຕາ. ເຂິ່ງຂໍ້ຕົກລົງສະບັບນີ້ ກໍານົດທີ່ຕັງ, ພາລະບົດບາດ, ຫນ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫລັກການ ແລະ ແບບແຜນວີທີເຮັດວຽກຂອງຫນ່ວຍງານຄຸ້ມຄອງ ການບໍລິການ ການແພດສຸກເສີນ ເພື່ອເປັນບ່ອນອິງໃນການຈັດຕັງ ແລະ ການເຄື່ອນໄຫວວຽກງານ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງກະຊວງສາທາລະນະສຸກ ກໍ່ຄືຂອງພັກ-ລັດ ກ່ຽວກັບການບໍລິການ ການແພດສຸກເສີນ ຢູ່ໃນ ແລະ ນອກໂຮງຫມໍ ໃຫ້ມີປະສິດທິຜົນສູງ.
ຫນ້າທີ່ ແລະ ຂອບເຂດການບໍລິການ ລະບົບແພດສຸກເສີນ ພາຍໃນໂຮງຫມໍມິດຕະພາບ ຫລັກໆ ຄື: ເປັນສູນຮັບແຈ້ງເຫດ ແລະ ສັ່ງການ, ເປັນໂຮງຫມໍແມ່ຄ່າຍ ເພື່ອປະສານງານກັບໂຮງຫມໍລູກຄ່າຍ ແລະ ຫນ່ວຍງານຕ່າງໆ, ການໃຫ້ບໍລິການແພດຄົນເຈັບອຸປະຕິເຫດ ແລະ ຄົນເຈັບສຸກເສີນຕ່າງໆ ເຂົ້າເຖິງທຸກສະຖານທີ່ ໃນນະຄອນຫລວງວຽງຈັນ ເປີດໃຫ້ບໍລິການ 24 ຊົ່ວໂມງ
Editor: ກຳປານາດ ລັດຖະເຮົ້າ