ງານບຸນມະໂຫລານກາເຟລາວ ຄັ້ງທີ 2 ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 6 ເມສາ 2018 ນີ້, ທີ່ສວນເຈົ້າອານຸວົງ, ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຕັດແຖບຜ້າ ຂອງ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຮອງລັດຖະມົນຕີ, ຫົວຫນ້າກົມ-ຮອງກົມ, ປະທານ-ຮອງປະທານຈາກສະພາອຸດສະຫາກໍາ ແລະ ການຄ້າແຫ່ງຊາດລາວ, ສະມາຄົມກາເຟລາວ, ຄະນະທູດ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ການຈັດງານບຸນມະໂຫລານກາເຟລາວ ຄັ້ງທີ 2 ນີ້ ເປັນໄລຍະທີ່ມີຄວາມຫມາຍສໍາຄັນ ເພາະໃກ້ຈະກ້າວເຂົ້າສູ່ການສະເຫລີມສະຫລອງບຸນປີໃຫມ່ລາວ ພສ 2561 ເຊີ່ງເປັນໄລຍະທີ່ມີຄວາມເບີກບານມ່ວນຊືນ ແລະ ເປັນບຸນປະເພນີທີ່ສໍາຄັນຂອງຄົນລາວເຮົາ. ສໍາລັບພາຍໃນງານ ບຸນມະໂຫລານກາເຟລາວ ຄັ້ງນີ້, ປະກອບມີຫລາຍກິດຈະກໍາ ທີ່ຫນ້າສົນໃຈ ເຊັ່ນ: ການວາງສະແດງສິນຄ້າທີ່ກ່ຽວຂ້ອງກັບກາເຟ, ນັບຈາກການປູກ, ການຜະລິດ ແລະ ການຈໍາຫນ່າຍ ລວມໄປເຖິງການແຂ່ງຂັນຊົງກາເຟ ໃນແບບຕ່າງໆ. ການວາງສະແດງຜະລິດຕະພັນ ການຮ່ວມມືພັດທະນາ ກ່ຽວກັບກາເຟ ໃນພູມິພາກອາຊຽນ.
ນອກຈາກນັ້ນ ຍັງມີການແຂ່ງຂັນທັກສະ ໃນການຊົງກາເຟ ລະດັບປະເທດ ເຊີ່ງເປັນຄັ້ງທໍາອິດ ໃນ ສປປ ລາວ ທີ່ໄດ້ຈັດຂື້ນ, ເພື່ອກ້າວສູ່ການຊົງກາເຟ ໃນລະດັບພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ຍັງມີການສໍາມະນາ ຂັ້ນຕອນການຢືນຍັນຄຸນນະພາບກາເຟລາວ ເຊັ່ນ: ການຜະລິດກະສິກໍາສາອາດ ແລະ ການແປຮູບຜະລິດຕະພັນກາເຟລາວ ຕາມຫລັກການມາດຕະຖານສາກົນ. ແລະ ກີດຈະກໍາອື່ນໆ ທີ່ຫລາກຫລາຍ.
ງານບຸນມະໂຫລານ ກາເຟລາວ ຄັ້ງທີ 2 ດໍາເນີນເປັນເວລາ 3 ວັນ ນັບແຕ່ວັນທີ 6-8 ເມສາ 2018 ນີ້ ເຊີນໄປຮ່ວມຊິມກາເຟລາວ ໄດ້.
Editor: ກຳປານາດ ລັດຖະເຮົ້າ