ເພື່ອເປັນການລະລຶກເຖີງຄຸນງາມຄວາມດີ ຂອງຊາວໜຸ່ມ ທີ່ໄດ້ເສຍສະຫຼະຊິວິດ ແລະ ເລືອດເນື້ອເຫື່ອແຮງ ໃນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ອອກຈາກແອກຄອບຄອງຂອງຕ່າງຊາດ ພ້ອມກັນນີ້ ຍັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມເຂົ້າໃຈເຖີງຜົນງານການປະກອບສ່ວນອັນລໍ້າຄ່າ ຂອງກ້ອນກໍາລັງຊາວໜຸ່ມ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ດັ່ງນັ້ນ, ໃນວັນທີ 4 ເມສາ 2018 ທີ່ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມເມືອງເຊໂປນ ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (14 ເມສາ1955-14 ເມສາ 2018 ຄົບຮອບ 63 ປີ) ຂື້ນຢ່າງເປັນທາງການ, ຢູ່ສະໂມສອນຫ້ອງວ່າການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ, ເປັນກຽດເຂົ້າຮ່ວມ ສະຫາຍ ບຸນມາ ໄຊຍະກູລາງ ຮອງເລຂາພັກເມືອງ, ປະທານແນວລາວສ້້າງຊາດເມືອງເຊໂປນ, ທັງເປັນຜູ້ຊີ້່ນໍາອົງການ ຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີບັນດາທ່ານຫົວໜ້າ, ຄະນະຫ້ອງການອອ້ມຂ້າງ, ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາຄະນະໜ່ວຍ, ຮາກຖານຊາວໜຸ່ມອອ້ມຂ້າງພ້ອມດ້ວຍສະມາຊີກຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ບຸນມາ ໄຊຍະກູລາງ ປະທານແນວລາວສ້າງຊາດເມືອງເຊໂປນ ໄດ້ໃຫ້ກຽດຂື້ນປາຖະກະຖາເລົ່າມູນເຊື້ອ, ຄວາມເປັນມາຂອງອົງການຈັດຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ, ການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງຊາວນຸ່ມ ນັບແຕ່ປີ ຄສ 1955 ເຖີງປະຈຸບັນ, ເວົ້າເຖີງການນໍາພາຕໍ່ສູ້ກູ້ຊາດກໍ່ຄືມູນເຊື້ອໃນການນໍາພາຕໍ່ສູ້ກູ້ຊາດ ຂອງສະມາຊີກຊາວໜຸ່ມ,ໄວໜຸ່ມ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ຂອງການນໍາຊາວໜຸ່ມ ໃນ 4 ບຸກ ລຸ້ນຜ່ານໆມາ, ຈາກນັ້ນໃນທີ່ປະຊຸມຍັງໄດ້ຜ່ານບົດສະຫລຸບ ວຽກງານຊາວໜຸ່ມ 1 ປີ ຜ່ານມາ( 2017) ພ້ອມທິດທາງແຜນການ ຕໍ່ໜ້າ ໃນປີ2018
ໃນພີທີປາຖະກາຖາ ຄັ້ງນີ້, ຍັງໄດ້ມອບໃບຢັ້ງຢືນຕົວແບບ 4 ບຸກ ຂອງເມືອງ ສະໄໝທີ 2,ໃບຢັ້ງຢືນຕົວແບບ 4 ບຸກ ສະໄໝທີ 3 ໃຫ້ 15 ໜ່ວຍ, 4 ຮາກຖານ ອອ້ມຂ້າງ, ໂດຍແມ່ນສະຫາຍບຸນມາ ໄຊຍະກູລາງ ເປັນຜູ້ມອບ, ແລະ ຕາງໜ້າເມືອງ, ຮາກຖານ, ໜ່ວຍຂື້ນຮັບ ແລະ ເນື່ອງໃນວັນສໍາຄັນດັ່ງກ່າວຕາງໜ້າຫ້ອງການແມ່ຍີງ, ໜ່ວຍຊາວໜຸ່ມຖະແຫ່ລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງເຊໂປນ, ຮາກຖານຊາວໜຸ່ມສຶກສາ ກໍ່ໄດ້ມອບກະຕ່າຂອງຂວັນໃຫ້ຄະນະບໍລິຫານງານຊາວໜຸ່ມເມືອງເຊໂປນ ອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ