ພິທີມອບ-ຮັບ ຊຸດ ແລະ ອຸປະກອນປ້ອງກັນສານພຶດ ເພື່ອນຳໃຊ້ເຂົ້າການຝຶກແອບຕົວຈິງ ແລະ ປະກອບເຂົ້າ ການສິດສອນວຽກງານປ້ອງກັນເຄມີ, ຊີວະລັງສີ ແລະ ນິວເຄຼຍ ໄດ້ຈັດຂຶ້ນ ທີ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ. ຄຳເພັດ ວົງດາລາ ຮັກສາການຫົວໜ້າ ກົມແຜນການ ແລະ ຮ່ວມມື. ເຂົ້າຮ່ວມມີບັນດາຫົວຫນ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການມອບເຄື່ອງດັ່ງກ່າວ ເນື່ອງຈາກ ກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມການຈັດຕັ້ງປະຕິບັດໂຄງການ 46 ຊຶ່ງເປັນໂຄງການລະບົບພາກພື້ນອາຊີຕາ-ເວັນອອກສ່ຽງໃຕ້ ພາຍໃຕ້ຫົວຂໍ້: “ ສົ່ງເສີມຄວາມອາດ ສາມາດ ຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການແກ້ໄຂບັນຫາຫລຸດຜ່ອນຄວາມສ່ຽງ ໃນວຽກງານການຕອບໂຕ້ສຸກເສີນ ” ເຊັ່ນ: ຄວາມປອດໄພ, ຄວາມສະຫງົບ, ການປູກຈິດສຳນຶກ ແລະ ດ້ານລະບຽບທີ່ກ່ຽວຂ້ອງກັບເຄມີ, ຊີວະລັງສີ ແລະ ນິວເຄຼວ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ກໍລະກົດ ປີ 2015 ເປັນຕົ້ນມາ ແລະ ຈະໄດ້ປິດໂຄງການນີ້ໃນຕົ້ນເດືອນ ກໍລະກົດ ປີ 2018 ນີ້, ທີ່ນະຄອນຫຼວງວຽງຈັນ. ເຊິ່ງກິດຈະກໍາຕົ້ນຕໍຂອງໂຄງການດັ່ງກ່າວ ປະກອບດ້ວຍ ການຝຶກອົບຮົບ, ກອງປະຊຸມສຳມະນາ, ການຝຶກແອບຕົວຈິງ ແລະ ຊ່ວຍເຫຼືອດ້ານວິຊາການໃນການສ້າງ ຄວາມເຂັ້ມແຂງດ້ານລະບຽບການພາຍໃຕ້ 3 ອົງປະກອບ ຄື:
1. ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສະພາບສຸກເສີນໃຫ້ແກ່ໜ່ວຍງານຕອບໂຕ້ສຸກເສີນຂອງ CBRN;
2. ສ້າງຄວາມເຂັ້ມແຂງໃນວຽກງານຄວາມປອດໄພ, ຄວາມສະຫງົບທາງດ້ານຊີວະສາດ ລວມທັງການຄຸ້ມຄອງຄວາມສ່ຽງ ແລະ ສິ່ງເສດເຫຼືອຂອງວັດຖຸຊີວະພາບ
3. ປູກຈິດສຳນຶກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກ CBRN ແລະ ຊ່ວຍເຫຼືອດ້ານວິຊາການສ້າງຄວາມເຂັ້ມແຂງດ້ານລະບຽບການ.
ເພື່ອສຶບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ, ໂດຍສະເພາະ ການນຳໃຊ້ອຸປະກອນ ເຂົ້າການຝຶກແອບຕົວຈິງ ແລະ ການສິດສອນ ຈຶ່ງຖືໂອກາດນີ້ ຈັດພິທີມອບ-ຮັບເຄື່ອງໃຫ້ແກ່ 4 ພາກສ່ວນ ຄື:
1. ກົມເຄມີ ກະຊວງປ້ອງກັນປະເທດ,
2. ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນ ຄວາມສະຫງົບ,
3. ພາກວິຊາຟີຊິກນິວເຄຼວ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ,
4. ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ຊຸດ ແລະ ອຸປະກອນ ປ້ອງກັນສານພິດຈໍານວນດັ່ງກ່າວ ຈະເປັນສ່ວນໜຶ່ງປະກອບເຂົ້າໃນການສິດສອນ ແລະ ຝຶກແອບຕົວຈິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ໜ່ວຍງານຕອບໂຕ້ສຸກເສີນທາງດ້ານເຄມີ, ຊີວະລັງສີ ແລະ ນິວເຄຼວ
Editor: ກຳປານາດ ລັດຖະເຮົ້າ