ໂຄງການສ້າງພະພຸດທະຮູບໃຫຍ່ ພະເຈົ້າອົງຫລວງປະທານພອນ ເພື່ອປະດິດສະຖານໄວ້ ທີ່ແຂວງຂຽງຂວາງ ແມ່ນອີກຫນຶ່ງໂຄງການທີ່ມີຄວາມສໍາຄັນ ທາງພຸດທະສາສະຫນາ ສູງ 30 ກວ່າແມັດ ຫລໍ່ດ້ວຍທອງເຫລືອ ຫນ້າຕັກ 16 ແມັດ, ອົງພະສູງ 26 ແມັດ, ເກດພະ ສູງ 4,5 ແມັດ, ລວມຄວາມສູງ ນັບແຕ່ຖານພະ ຂື້ນໄປຮອດຍອດເກດ 39 ແມັດ. ເປັນອົງພະ ທີ່ມີຄວາມສະຫງ່າງາມ ສີລະປະແບບລາວລ້ານຊ້າງ.
ຈຸດປະສົງໃນການສ້າງພະເຈົ້າໃຫຍ່ອົງຫລວງປະທານພອນ ເພື່ອປະດິດສະຖານທີ່ແຂວງຊຽງຂວາງ ຄື: ເພື່ອເປັນພຸດທະສະຖານ ແລະ ສູນລວມຈິດໃຈຂອງຊາວພຸດໃນພູມມິພາກ, ເປັນການອຸທິດບຸນກຸສົນແດ່ດວງວິນຍານ ເຫລົ່າທະຫານກ້າ ແລະ ເພື່ອເປັນສະຖານທີ່ສົ່ງເສີມການຮຽນຮູ້ພຸດທະສິລະປະ-ອະຣິຍະທໍາອັນລໍ້າຄ່າ.
ດັ່ງນັ້ນ. ໃນວັນທີ 8 ເມສາ 2018 ນີ້, ຄະນະຮັບຜິດຊອບແຂວງຊຽງຂວາງ ແລະ ສູນກາງອົງການພຸດທະສາດສະຫນາສໍາພັນລາວ ແມ່ນຈະໄດ້ຈັດພິທີເທທອງຫລໍ່ເກດພະເຈົ້າອົງຫລວງປະທານພອນ ເຊີ່ງເກດ ມີຄວາມສູງ 4,5 ແມັດ, ພິທີແມ່ນຈະໄດ້ຈັດຂື້ນທີ່ດ້ານຫນ້າຫໍທໍາມະ ສະພາ, ບໍລິເວນເດີນພະທາດຫລວງວຽງຈັນ ນັບແຕ່ເວລາ 13 ໂມງເປັນຕົນໄປ ຈົນເຖິງເວລາ 16 ໂມງແລງ ດັ່ງນັ້ນ ຈິ່ງຂໍເຊີນຊວນ ອອກຕົນຍາດໂຍມ-ພຸດທະບໍລິສັດທັງຫລາຍ ຮ່ວມເປັນເຈົ້າພາບ-ເຈົ້າສັດທາ ໃນການສ້າງບຸນກຸສົນບາລະມີ ຄັ້ງໃຫຍ່ ນໍາກັນ.
Editor: ກຳປານາດ ລັດຖະເຮົ້າ