ງານບຸນມະໂຫລານກາເຟລາວ ຄັ້ງທີ 2 ຈະໄດ້ຈັດຂື້ນ ໃນລະຫວ່າງວັນທີ 6-8 ເມສາ 2018 ນີ້, ທີ່ສວນເຈົ້າອານຸວົງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ເຊີ່ງພາຍໃນງານ ຈະປະກອບມີຫລາຍກິດຈະກໍາ ທີ່ຫນ້າສົນໃຈ ເຊັ່ນ: ການວາງສະແດງສິນຄ້າທີ່ກ່ຽວຂ້ອງກັບກາເຟ, ນັບຈາກການປູກ, ການຜະລິດ ແລະ ການຈໍາຫນ່າຍ ລວມໄປເຖິງການແຂ່ງຂັນຊົງກາເຟ ໃນແບບຕ່າງໆ. ການວາງສະແດງຜະລິດຕະພັນ ການຮ່ວມມືພັດທະນາ ກ່ຽວກັບກາເຟ ໃນພູມິພາກອາຊຽນ.
ການແຂ່ງຂັນທັກສະ ໃນການຊົງກາເຟ ລະດັບປະເທດ ເຊີ່ງເປັນຄັ້ງທໍາອິດ ໃນ ສປປ ລາວ ເພື່ອກ້າວສູ່ການຊົງກາເຟ ໃນລະດັບສາກົນ. ນອກຈາກນັນ ຍັງຈະມີການສໍາມະນາ ຂັ້ນຕອນການຢືນຍັນຄຸນນະພາບກາເຟລາວ ເຊັ່ນ: ການຜະລິດກະສິກໍາສາອາດ ແລະ ການແປຮູບຜະລິດຕະພັນກາເຟລາວ ຕາມຫລັກການມາດຕະຖານສາກົນ. ແລະ ກີດຈະກໍາອື່ນໆ ທີ່ຫລາກຫລາຍ.
ຢາລຶມ ເລີ່ມຕົ້ນ ນັບແຕ່ວັນທີ 6-8 ເມສາ 2018 ນີ້
Editor: ກຳປານາດ ລັດຖະເຮົ້າ