ທ້າຍເດືອນມີນາ 2018 ທີ່ຜ່ານມາ ຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ໄດ້ເປີດບັ້ນເຝິກອົບຮົມວິຊາການທະຫານ ໃຫ້ແກ່ 3 ໂຮງຮຽນຊັ້ນ ມໍ7 ເຊັ່ນ: ໂຮງຮຽນ ມໍສໍ ລ້ອງປີວ, ມໍປາຍ ຈອມທອງ ແລະ ມໍສໍ ຄັງວຽງ ຂື້ນທີ່ໂຮງຮຽນ ມໍສໍ ລ້ອງປີວ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງ ການ. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າ ເມືອງ-ເມືອງຄຳ, ມີ ທ່ານ ພົມມາ ສີພັນທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີ ຄະນະກອງບັນຊາການທະຫານເມືອງ, ພະນັກງານ-ລັດທະກອນຫຼັກແຫຼ່ງຫ້ອງການທີ່ກ່ຽວຂ້ອງ, ຄະນະອຳ ນວຍການໂຮງຮຽນ, ຄູອາຈານ, ພ້ອມດ້ວຍນັກວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ຄຳມີ ວົງລໍຄຳ ຮອງອຳນວຍການໂຮງຮຽນ ມໍສໍ ລ້ອງປີວ ໄດ້ຂື້ນຜ່ານຂໍ້ຕົກ ລົງຂອງທ່ານເຈົ້າເມືອງໆຄຳເລກທີ່ 88/ຈມ ມຄ ລົງວັນທີ່ 12 ມີນາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເປີດການເຝິກອົບຮົມວິຊາການທະຫານ ໃຫ້ແກ່ນັກຮຽນມໍປາຍ ຊັ້ນມໍ7 ແລະ ຂໍ້ຕົກລົງເລກທີ່ 81/ຈມ ມຄ ລົງວັນທີ່ 5 ມີນາ 2018 ວ່າດ້ວຍການອະນຸຍາດເປີດເຝິກອົບຮົມວິຊາການທະຫານໃຫ້ແກ່ ນັກຮຽນມັດທະຍົມຕອນປາຍ ຊັ້ນມໍ 7 ທົ່ວເມືອງ ປະຈຳສົກຮຽນ 2017-2018. ຕໍ່ຈາກນັ້ນ ທ່ານ ໄຊຢ່າງ ໜໍຊົ່ວ ວິຊາການຂະແໜງການທະຫານທ້ອງຖີ່ນ ກອງບັນຊາການທະຫານເມືອງຄໍາ ກໍ່ໄດ້ຂື້ນຜ່ານແຜນການ ວ່າ: ໂດຍປະຕິບັດຕາມ ແຜນການອົບຮົມຫັດແອບຂອງຫ້ອງເສນາທິການແຂວງຊຽງຂວາງ ເລກທີ່ 119/ຫສນ ລົງວັນທີ່ 16 ມີນາ 2007 ວ່າດ້ວຍການອົບຮົມຫັດແອບ ປະຈຳປີ, ດັ່ງນັ້ນຂະແໜງການທະຫານທ້ອງຖີ່ນ ກອງບັນຊາ ການທະຫານເມືອງຄໍາຈີ່ງໄດ້ສ້າງແຜນການອົບຮົມວິຊາການທະຫານ ໃຫ້ແກ່ນັກຮຽນຊັ້ນ ມໍ7, ທັງນີ້ກໍ່ເພື່ອກໍ່ສ້າງໃຫ້ນັກ ຮຽນ ມໍປາຍ ມີຄວາມຮູ້ພື້ນຖານທາງດ້ານສີລະປະຍຸດ-ຍຸດທະວິທີ ຂອງກອງທັບປະຊາຊົນລາວ ໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະກອບເອກະສານທີ່ຈະໄປສຶກສາຕໍ່ໃນອານາຄົດ, ເຊີ່ງແຜນການຮຽນ-ການສອນໃນຄັ້ງນີ້ ປະກອບມີວິຊາຮຽນ ເຊັ່ນ: ອົບຮົມສີລະປະຍຸດ, ທິດສະດີປືນ ອາກາ ແລະ ເຊກາເຊ (AK-CKC), ເລັ່ງຖືກປະສານຈັງຫວະ, ຍີງເບຍເປີດສາກ, ພ້ອມນັ້ນ, ກໍ່ຍັງໄດ້ໃຫ້ຮູ້ເຖີງການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາສາມາດປະເມີນຜົນໄດ້ສຳເລັດແລ້ວ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 870 ຄົນ, ປະຈຸບັນ ກຳລັງດຳເນີນຈຸດທີ່ 3 ຈຸດສຸດທ້າຍ ພາຍໃນເມືອງ, ຄາດໝາຍວ່າ: ຮອດວັນທີ່ 6 ເມສາ 2018 ແມ່ນຈະໃຫ້ສຳເລັດ 100%.
ເນື້ອໃນໂອກາດດັ່ງກ່າວ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງຮອງເຈົ້າເມືອງ-ເມືອງຄຳ ກໍ່ຍັງ ໄດ້ຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການຮຽນການສອນວິຊາການທະຫານ, ພ້ອມທັງໃຫ້ທິດຊີ້ນໍາແກ່ນັກວິທະຍາກອນ ແລະ ນັກສໍາມະນາກອນ ຈົ່ງພ້ອມກັນປະຕິບັດໂມງເວລາ, ຕັ້ງໃຈຮໍ່າຮຽນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ໄດ້ຮັບຜົນສຳເລັດສູງຂື້ນເປັນກ້າວໆ. ພ້ອມທັງກ່າວເປີດພິທີການຮຽນ-ການສອນຢ່າງເປັນທາງການ
ທີມຂ່າວ ເມືອງຄໍາ, ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ