ເມື່ອບໍ່ດົນມານີ້, ທ່ານ ຄໍາພູນ ເຕເມລາດ ຜູ້ອໍານວຍການລັດວິສາຫາກິດ ລົດເມນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຜ່ານສື່ມວນຊົນ ວ່າ: ໃນໄລຍະຜ່ານມາ ການບໍລິການຜູ້ໂດຍສານແມ່ນເຮັດແບບປະຖົມປະຖານ ໂດຍບໍ່ມີວິທີອື່ນ ຈີ່ງໄດ້ເກັບຄ່າບໍລິການລົດເມແບບເໝົາຕົວເລກ ທີ່ຄິດໄລ່ຕາມຖ້ຽວ ແລະ ຕາມສາຍທາງ ເນື້ອງຈາກບໍ່ທັນເກື້ອກູນງົບປະມານ ຍັງແບບກຸ້ມຕົນເອງ ທາງດ້ານລາຍຮັບ ແລະ ລາຍຈ່າຍ. ນອກນີ້, ລັດວິສາຫາກິດລົດເມ ນະຄອນຫລວງ ຍັງມອບພັນທະໃຫ້ລັດ ໃນແຕ່ລະປີຕື່ມອີກ. ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ເຫັນວ່າ ຍັງມີການຕົດເຮ່ຍ-ເສຍຫາຍທາງດ້ານລາຍຮັບ ໂດຍໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານຍີ່ປຸ່ນ, ໃນໂຄງການປັບປຸງລົດເມສາທາລະນະ ໃນການຕິດຕັ້ງອຸປະກອນຕ່າງໆທີ່ທັນສະໄຫມ ໃສ່ລົດເມ ແລະ ໄດ້ຈັດຕັງປະຕິບັດສາຍທາງແລ່ນ ລົດເມກຽວໂຕ ທີ່ເປີດໃຫມ່. ເລີ່ມແຕ່ຕົ້ນປີ 2018 ເປັນຕົ້ນມາ ໃນຮູບແບບກະເປົາລົດເມ ໂດຍມີການເກັບປີ ເຊີ່ງເປັນຮູບແບບໃຫມ່ນັ້ນ ເຫັນວ່າ ມີຄວາມຊັດເຈນທາງດ້ານລາຍຮັບດີຂື້ນ ກວ່າແບບຮັບຕົວເລກ, ດັ່ງນັນ ໃນປີ 2018 ລັດວິສາຫາກິດ ລົດເມນະຄອນຫລວງ ໄດ້ປັບປຸງຂອດບໍລິການບາງສາຍທາງ ເບື້ອງຕົ້ນແມ່ນ ສາຍທາງທ່າເດືອ ໂດຍນໍາໃຊ້ລົດເມສີຂຽວ ໃຫ້ບໍລິການແລ່ນຄືເກົ່າ ສໍາລັບຮູບແບບກົນໄກການປັບປ່ຽນການເກັບເງິນ ແບບກະເປົ່າລົດເມ ພະນັກງານນຸ່ງເຄື່ອງແບບສີຂຽວ ມັດເນັກທາຍ (ກາລະວັດ) ເຊີ່ງຕົກລົງເລີ່ມທົດລອງ ແຕ່ເດືອນມີສາ 2018 ເປັນຕົ້ນໄປ.
ທ່ານ ຜູ້ອໍານວຍການ ລັດວິສາຫາກິດ ລົດເມນະຄອນຫລວງວຽງຈັນ ກ່າວຕື່ມວ່າ: ພ້ອມກັນນີ້ ຍັງຈະໄດ້ປັບປຸງ ຂອດການຂື້ນ-ລົງຂອງຜູ້ໂດຍສານ ເພື່ອໃຫ້ເປັນລະບຽບ ໂດຍຈະໃຫ້ຜູ້ໂດຍສານຂື້ນ ແລະ ລົງ ຕາມຈຸດທີ່ກໍານົດໄວ້ ຕາມປ້າຍທີ່ກໍານົດໄວ້ ແລະ ບໍ່ໃຫ້ຜູ້ໂດຍສານຊື້ນ-ລົງແບບຊະຊາຍ ຄືກັບທີ່ຜ່ານມາ, ເຊີ່ງຄາດວ່າ ປີ 2018 ຈະພະຍາຍາມຈັດຕັ້ງປະຕິບັດໃຫ້ໄດ້ ທັງນີ້ ເພື່ອເປັນການຍົກລະດັບ ທາງດ້ານການບໍລິການທີ່ເປັນລະບຽບ ກ້າວໄປສາມາດຕະຖານ ທີ່ມີຄຸນນະພາບ ແລະ ປອດໄພ, ໂດຍຫມູນໃຊ່ບົດຮຽນ ຈາກຕ່າງປະເທດ ທີ່ມີຄວາມຈະເລີນ ໂດຍສະເພາະແມ່ນ ປະເທດຍີປຸນ ຜູ້ໃຫ້ການສະຫນັບສະຫນູນ ມາເປັນແບບຢ່າງ.
Editor: ກຳປານາດ ລັດຖະເຮົ້າ