ໃນວັນທີ 3 ເມສາ 2018 ທີ່ນະຄອນຫຼວງວຽງຈັນ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ໂຄງການລິເລີ້ມການຮ່ວມມື ທາງດ້ານກະສິກໍາ ແລະ ອາຫານ ຂອງບັນດາປະເທດເອເຊຍ ຫຼື ອາຟາຊີ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປະລີນຍາເອກ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່ານໄມ້ ແຫ່ງ ສປປ ລາວ, ມີ ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ເກົາຫລີ ປະຈໍາ ສປປ ລາວ, ທ່ານ ຄັວນ ເຕັກ ຣູນ ຫົວຫນ້າກອງເລຂາ ອາຟາຊີ ສາທາລະນະລັດ ເກົາຫລີ. ພ້ອມດ້ວຍບັນດາຜູ້ແທນຈາກບັນດາປະເທດ ສະມາຊິກ ອາຟາຊີ, ອົງການຈັດຕັ້ງສາກົນ ແລະ ບັນດາແຂກເຂົ້າຮ່ວມ.
ໂຄງການລິເລີ້ມການຮ່ວມມືດ້ານ ກະສິກໍາ ແລະ ອາຫານ ຂອງບັນດາປະເທດເອເຊຍ ແມ່ນການຮ່ວມມືທາງດ້ານການພັດທະນາ ການນໍາໃຊ້ເຕັກໂນໂລຊີກະສິກໍາ ໄດ້ສ້າງຕັ້ງຂື້ນ ໃນປີ 2009 ໂດຍອົງການບໍລິຫານ ແລະ ພັດທະນາຊົນນະບົດ ສປປ ເກົາຫລີ, ກອງປະຊຸມຄັ້ງນີ້ແມ່ນ ກອງປະຊຸມສະພາບໍລິຫານຄັ້ງທີ 5 ເພື່ອເປັນການແລກປ່ຽນ ແລະ ລາຍງານຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ວຽກງານໃນຕໍ່ຫນ້າ ເພື່ອເປັນທິດທາງໃນການປັບປຸງ ການຈັດຕັ້ງປະຕິບັດໂຄງການໃຫ້ດີຂື້ນ, ໂຄງການລິເລີ້ມການຮ່ວມມືດ້ານ ກະສິກໍາ ແລະ ອາຫານ ຂອງບັນດາປະເທດເອເຊຍ ຫຼື ອາຟາຊີ ເປັນເວທີໜຶ່ງທີ່ສໍາຄັນ ໃນການແລກປ່ຽນບັດຮຽນ ແລະ ປະສົບການຮ່ວມກັນ ເຊິງມີຈຸດປະສົງໃນການລິເລີ່ມ ສົ່ງເສີມການເຕີບໂຕກະສິກໍາສີຂຽວແບບຍືນຍົງ ໃນພາກພື້ນອາຊີ ແລະ ທັງເປັນການປະກອບສ່ວນ ໃນການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ໃນບັນດາປະເທດສະມາຊິກ ໂດຍການຮ່ວມມືໃນຂົງເຂດກະສິກໍາ ແລະ ອາຫານ, ສປປລາວ ໄດ້ເຂົ້າຮ່ວມເປັນສະມາຊິກ ໃນໄລຍະ 9 ປີຜ່ານມາ ຂອງການຈັດຕັ້ງປະຕິບັດໂຄງການເຫັນວ່າໄດ້ຮັບຜົນສໍາເລັດຫຼາຍດ້ານ ທີ່ໄດ້ປະກອບສ່ວນ ໃນການພັດທະນາເຕັກໂນໂລຊີ ທາງດ້ານກະສິກໍາ ແລະ ນໍາໄປ ຖ່າຍທອດສູ່ຊາວກະສິກອນ ຜູ້ຈັດຕັ້ງປະຕິບັດຕົວຈິງ ຢູ່ຊົນນະບົດ.
ໂຄງການ ອາຟາຊີ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 9 ໂຄງການ, ເພື່ອປັບປຸງ ແລະ ແກ້ໄຂບັນຫາການພັດທະນາ ເຕັກໂນໂລຊີກະສິກໍາ ເຊັ່ນ: ບັນຫາການປ່ຽນແປງດ້ານດີນຟ້າອາກາດ, ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ອື່ນໆ, ບາງກິດຈະກໍາຂອງໂຄງການໄດ້ເນັ້ນໃສ່ ໃນການພັດທະນາແນວພັນກະສິກໍາທີ່ມີຄວາມເໝາະສົມໃນທ້ອງຖີ່ນ ໃຫ້ສາມາດປັບໂຕໄດ້ຕໍ່ກັບການປ່ຽນແປງທາງສິ່ງແວດລ້ອມ ຕະຫຼອດຮອດການທົນກັບສັດຕູພືດ ແລະ ພະຍາດ ອີກດ້ວຍ.
ນອກນັ້ນ ທ່ານ ຄັວນ ເຕັກ ຣູນ ຫົວຫນ້າກອງເລຂາ ອາຟາຊີ ສາທາລະນະລັດ ເກົາຫລີ ຍັງໃຫ້ຮູ້ເຖິງຜົນສໍາເລັດທີ່ສໍາຄັນ ຂອງອົງການອາຟາຊີ ເຊັ່ນ: ສ້າງລະບົບສໍາລັບການຕິດຕາມ ເຊິ່ງສາມາດແກ້ໄຂ ຫຼື ຫຼີກລ້ຽງບັນຫາທີ່ຈະເກີດຂື້ນກ່ຽວກັບການພະລິດກະສິກໍາ, ສ້າງຕັ້ງເຄືອຂ່າຍ ແລະ ຜະລິດຄູ່ມືກ່ຽວກັບເຕັກໂນໂລຊີ ຫຼັງການເກັບກ່ຽວຜົນຜະລິດ ຊຶ່ງສາມາດຫຼຸດຜ່ອນການເສຍຫາຍພາຍຫຼັງການເກັບກ່ຽວ ແລະ ໄດ້ພັດທະນາປື້ມຄູ່ມືການພະລິດທີ່ດີ ສໍາລັບການປູກພືດ ໃນ ສປປລາວ ພ້ອມທັງຝຶກອົບຮົມ ເພື່ອຖ່າຍທອດສູ່ຊາວກະສິກອນ ແລະ ເປັນການປູກຈິດສໍານຶກໃຫ້ຊາວກະສິກອນອີກດ້ວຍ
Editor: ກຳປານາດ ລັດຖະເຮົ້າ